(ສພຊ) – ກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ I ໄດ້ຈັດຂຶ້ນເມື່ອວັນທີ 9 ກັນຍາ 2026 ໂດຍການເປັນປະທານຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ທ່ານ ສິລິລາດທົງສິນ ທອງເພັງ ຮອງເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ໄດ້ດຳເນີນບົນຈິດໃຈແຫ່ງການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ທີ່ໄດ້ກຳນົດສິດ ແລະ ໜ້າທີ່ຂອງຄະນະປະຈຳສະພາປະຊາຊົນຂັ້ນແຂວງ ໃນການຕົກລົງບັນຫາສຳຄັນພື້ນຖານຂອງທ້ອງຖິ່ນ, ການກະກຽມ ແລະ ຮຽກໂຮມກອງປະຊຸມຮ່ວມກັບອົງການອຳນາດລັດຂັ້ນທ້ອງຖິ່ນ ພ້ອມທັງສອດຄ່ອງກັບກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ); ສິ່ງສຳຄັນ ຍັງເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມທິດນໍາຂອງພັກ ໂດຍສະເພາະມະຕິ 12 ຂອງຄະນະບໍລິຫານງານສູນກາງພັກ, ບັນດານິຕິກຳ ແລະ ຂໍ້ກຳນົດຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ທີ່ກຳນົດໃຫ້ອົງການປົກຄອງທ້ອງຖິ່ນ ຢືນຢູ່ບົນ 3 ເສົາຄ້ຳແຫ່ງອຳນາດລັດຄື: ການນໍາພາຂອງອົງຄະນະພັກ, ການເປັນຕົວແທນຂອງສະພາປະຊາຊົນ ແລະ ການຄຸ້ມຄອງບໍລິຫານລັດຂອງຄະນະກຳມະການປົກຄອງ.
ສໍາລັບຈຸດປະສົງຕົ້ນຕໍຂອງກອງປະຊູມ ແມ່ນເພື່ອປຶກສາຫາລື ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງນະຄອນຫຼວງ ແນໃສ່ເຮັດໃຫ້ການບໍລິຫານລັດ, ການພັດທະນາເສດຖະກິດ-ສັງຄົມ ແລະ ການແກ້ໄຂບັນຫາຕົວຈິງຂອງປະຊາຊົນ ມີຄວາມເປັນເອກະພາບກັນ ໂດຍໄດ້ພິຈາລະນາ 3 ວາລະຄື: ວາລະທີ 1 ຄົ້ນຄວ້າ ແລະ ພິຈາລະນາແຜນປະຕິບັດລາຍຮັບ-ລາຍຈ່າຍງົບປະມານປົກກະຕິ ແລະ ວິຊາການ ປີ 2026; ວາລະທີ 2 ພິຈາລະນາແຜນການນໍາໃຊ້ເງິນເກີນແຜນປີ 2025 ເພື່ອນໍາໃຊ້ເຂົ້າໃນການພັດທະນາໃນປີ 2026; ວາລະທີ 3 ຮັບຟັງລາຍງານຄວາມຄືບໜ້າການພັດທະນາສວນປະຕູໄຊພາກຂະຫຍາຍ, ໂຄງການກໍ່ສ້າງສູນລວມຂອງຄະນະກຳມະການປົກຄອງ ແລະ ຕິດຕາມສະພາບການອະນຸຍາດປຸກສ້າງຕຶກອາຄານສູງໃນນະຄອນຫຼວງ.
ຫາລືບັນຫາສໍາຄັນພື້ນຖານຂອງນະຄອນຫຼວງ
