ຫາລືການລົງທຶນຢ່າງມີຄວາມຮັບຜິດຊອບ ເພື່ອຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ດິນຟ້າອາກາດ

ສ.ຫ. 28, 2026

(ສພຊ) – ລະຫວ່າງວັນທີ 25-26 ສິງຫາ 2026, ທ່ານ ນາງ ແສງມະນີ ຢາທໍ່ຕູ້ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ປະຈຳການກຳມາທິການເສດຖະກິດ ແລະ ການເງິນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືຂອງລັດຖະສະພາພາກພື້ນ ກ່ຽວກັບການລົງທຶນຢ່າງມີຄວາມຮັບຜິດຊອບ ເພື່ອຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ດິນຟ້າອາກາດ, ທີ່ນະຄອນຫຼວງພະນົມເປັນ, ລາຊະອານາຈັກກຳປູເຈຍ; ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ການຮ່ວມມືລະຫວ່າງ ກອງເລຂາສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA), ອົງການອາຫານ ແລະ ກະສິກໍາ ແຫ່ງສະຫະປະຊາຊາດ (FAO) ໂດຍການເປັນເຈົ້າພາບຂອງສະພາແຫ່ງຊາດ ແຫ່ງ ລາຊະອານາຈັກກຳປູເຈຍ ເຊິ່ງມີຄະນະຜູ້ແທນຈາກສະມາຊິກ ແລະ ລັດຖະສະພາສັງເກດການໄອປາ 5 ປະເທດ (ລາວ, ຫວຽດນາມ, ຟີລິບປິນ, ກຳປູເຈຍ ແລະ ຕີມໍ ແລັດສະເຕ), ກອງເລຂາໄອປາ, ກອງເລຂາອາ ຊຽນ, ກະຊວງທີ່ກ່ຽວຂ້ອງຂອງກຳປູເຈຍ, ສະຖານທູດປະເທດຕ່າງໆ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ທີ່ປະຈຳຢູ່ກຳປູເຈຍ ເຂົ້າຮ່ວມຫຼາຍກວ່າ 70 ທ່ານ.
ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມກ່າວເປີດໂດຍທ່ານ ກິດຕິເສດຖາບິນດິດ ຈີມ ຢຽບ ຮອງປະທານສະພາແຫ່ງຊາດກຳປູເຈຍ ຜູ້ທີ 1. ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນກັນ ພາຍໃຕ້ 4 ຫົວຂໍ້ສຳຄັນຄື: 1) ລະບົບອາຫານທີ່ທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ ແລະ ການລົງທຶນຢ່າງມີຄວາມຮັບຜິດຊອບໃນດ້ານກະສິກຳ: ການຊຸກຍູ້ວາລະການຈັດຕັ້ງປະຕິບັດຄຳແນະນຳຂອງອາຊຽນ ວ່າດ້ວຍການສົ່ງເສີມການລົງທຶນຢ່າງມີຄວາມຮັບຜິດຊອບ ໃນຂະແໜງການກະສິກຳ, ອາຫານ ແລະ ປ່າໄມ້ (ASEAN RAI); 2) ການສົ່ງເສີມ ASEAN RAI ສຳລັບຄວາມໝັ້ນຄົງທາງດ້ານສະບຽງອາຫານ: ການສຳຫຼວດຂະໜາດເສດຖະກິດຂອງການລົງທຶນທີ່ມີຄວາມຮັບຜິດຊອບ; 3) ການເສີມສ້າງການຈັດຕັ້ງປະຕິບັດຂອງລັດຖະສະພາ ແລະ ການຮ່ວມມືກັບຫຼາຍພາກສ່ວນ ເພື່ອຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ດິນຟ້າອາກາດ: ການສົ່ງເສີມວາລະ ASEAN RAI; ແລະ 4) ການປຶກສາຫາລືໄປສູ່ການຈັດຕັ້ງປະຕິບັດ: ບົດບາດຂອງສະມາຊິກລັດຖະສະພາ ໃນຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມເຂັ້ມແຂງຕໍ່ການປ່ຽນແປງຂອງດິນຟ້າອາກາດ ແລະ ການລົງທຶນຢ່າງມີຄວາມຮັບຜິດຊອບ.Look
ໃນກອງປະຊຸມປຶກສາຫາລື, ທ່ານ ນາງ ແສງມະນີ ຢາທໍ່ຕູ້ ຫົວໜ້າຄະນະຜູ້ແທນລາວ ໄດ້ມີຄຳເຫັນແລກປ່ຽນ ໂດຍຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງສະພາແຫ່ງຊາດ ແລະ ລັດຖະບານ ແຫ່ງ ສປປລາວ ຕາມແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ໂດຍສະເພາະກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ຮ່າງກົດໝາຍວ່າດ້ວຍອາກອນສິ່ງແວດລ້ອມ (ສ້າງໃໝ່) ແລະ ຈະປັບປຸງກົດໝາຍທີ່ກ່ຽວຂ້ອງ ເພື່ອສົ່ງເສີມໃຫ້ຂະແໜງການໄດ້ຮັບນະໂຍບາຍສົ່ງເສີມ, ປະກອບສ່ວນຕໍ່ລະບົບອາຫານທີ່ທົນທານຕໍ່ການປ່ຽນແປງດິນຟ້າອາກາດ; ການຊຸກຍູ້ການຈັດຕັ້ງປະຕິບັດດຳລັດວ່າດ້ວຍສິນເຊື່ອກາກບອນ ແລະ ການຮ່ວມມືຂອງລັດຖະບານລາວ ກັບອົງການອາຫານ ແລະ ກະສິກຳ, ທະນາຄານພັດທະນາອາຊີ (ADB) ແລະ ອົງການສະຫະປະຊາຊາດ ປະຈໍາ ສປປລາວ ໃນການເປີດໂຕແຜນປະຕິບັດງານແຫ່ງຊາດ ວ່າດ້ວຍການຫັນໄປສູ່ລະບົບອາຫານທີ່ຍືນຍົງ 2025-2030.
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປໃນບັນຍາກາດທີ່ມີຄວາມເປັນເອກະພາບກັນ, ບັນດາຄະນະຜູ້ແທນໄດ້ເອົາໃຈໃສ່ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽກັນຢ່າງສ້າງສັນ ໃນການຕິດຕາມກວດກາ, ຊຸກຍູ້ ແລະ ສົ່ງເສີມການຮ່ວມມື ເພື່ອຈັດຕັ້ງປະຕິບັດຄຳແນະນຳຂອງອາຊຽນ ວ່າດ້ວຍການສົ່ງເສີມການລົງທຶນຢ່າງມີຄວາມຮັບຜິດຊອບ ໃນຂະແໜງການກະສິກຳ, ອາຫານ ແລະ ປ່າໄມ້ ເພື່ອຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ດິນຟ້າອາກາດ ໃຫ້ມີປະສິດທີພາບ ແລະ ປະສິດທິຜົນສູງຂຶ້ນໃນຕໍ່ໜ້າ.