
ປະຕິດບັດຕາມແຜນ 5 ປີ(2026-2030) ຂອງສະພາປະຊາຊົນແຂວງ ກ່ຽວກັບການສ້າງຄວາມເຂັ້ມແຂງ ໃຫ້ສະມາຊິກສະພາປະຊາຊົນແຂວງ ຊຸດທີ V; ໃນຕອນເຊົ້າວັນທີ 22 ພຶດສະພາ 2026 ນີ້, ຢູ່ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ, ໄດ້ສໍາເລັດການຈັດກອງປະຊຸມຝຶກອົບຮົມ ສ້າງຄວາມເຂັ້ມແຂງ ໃຫ້ສະມາຊິກສະພາປະຊາຊົນແຂວງອຸດົມໄຊ, ໂດຍການເປັນປະທານຂອງທ່ານ ນາງ ຄຳໝັ້ນ ແກ້ວບຸນຫວນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ຜູ້ປະຈຳການ; ມີທ່ານ ພອນແກ້ວ ຕົ້ນວໍລະຈິດ ຫົວໜ້າກົມຕິດຕາມກວດກາ, ກໍາມາທິການກົດໝາຍ ແລະ ຍຸຕິທໍາ ສະພາແຫ່ງຊາດ; ທ່ານ ທອງຄານ ວັດສະດາກອນ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ; ບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04; ສະມະຊິກສະພາປະຊາຊົນແຂວງ; ຄະນະຫ້ອງວ່າການສະພາປະຊາຊົນແຂວງ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.




ກອງປະຊຸມ, ພາຍຫຼັງດໍາເນີນເປັນເວລາ 1 ວັນເຄິ່ງ, ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີ: ພາລະບົດບາດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ທັກສະໃນການລົງພົບປະຜູ້ມີສິດເລືອກຕັ້ງ; ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ; ບົດຮຽນການປະກອບຄໍາເຫັນ ແລະ ການຊັກຖາມ ໃນກອງປະຊຸມສະໄໝສາມັນຂອງສະພາປະຊາຊົນແຂວງ ແລະ ທັກສະໃນການລົງຕິດຕາມກວດກາ ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໄດ້ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າ, ເຊື່ອມຊຶມ ແລະ ສົນທະນາແລກປ່ຽນຄວາມຄິດເຫັນໃນແຕ່ລະຫົວຂໍ້ຮ່ວມກັບ ນັກວິທະຍາກອນ ແລະ ນັກສໍາມະນາກອນ ຢ່າງເປັນຂະບວນຟົດຟື້ນ ແລະ ສ້າງສັນ, ທັງຮັບປະກັນໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນດີ ເພື່ອນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນໃນຕໍ່ໜ້າ.




ຈຸດປະສົງ, ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເສີມສ້າງທັກສະໃຫ້ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈໍາເຂດເລືອກຕັ້ງ 7 ເມືອງ, ໃຫ້ມີຄວາມເຂັ້ມແຂງ ແລະ ຮັບປະກັນດ້ານປະສິດທິພາບ-ຄຸນນະພາບ ໃນການເຄື່ອນໄຫວຈັດຕັ້ງປະຕິບັດ ພາລະບົດບາດ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ໃຫ້ເປັນຮູບປະທໍາຢ່າງເລິກເຊິ່ງ ແລະ ຮັບການພັດທະນາຢ່າງຕໍ່ເນື່ອງ. 
ພາບ/ຂ່າວ: ສະພາປະຊາຊົນແຂວງ.