(ສພຊ) – ກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ໄດ້ຈັດຂຶ້ນລະຫວ່າງວັນທີ 18-20 ພຶດສະພາ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ ເຊິ່ງມີທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ (ກວສຊ), ບັນດາທ່ານຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຮອງລັດຖະມົນຕີຈາກກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ຕາງໜ້າຈາກສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ ແລະ ອົງການກາແດງແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ທີ່ເປັນກໍາມະການຂອງ ກວສຊ, ວິທະຍາກອນຈາກອົງການຈັດຕັ້ງສາກົນ ປະຈໍາ ສປປລາວ ແລະ ແຂກຖືກເຊີນ ເຂົ້າຮ່ວມຫຼາຍກວ່າ 100 ທ່ານ.

ທ່ານ ມອນໄຊ ລາວມົວຊົ່ງ ກ່າວວ່າ: ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດ ແມ່ນບັນຫາລະດັບໂລກ, ບໍ່ພຽງແມ່ນບັນຫາສິ່ງແວດລ້ອມເທົ່ານັ້ນ ແຕ່ແມ່ນສິ່ງທ້າທາຍຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ເຊິ່ງສ່ວນໃຫຍ່ເພິ່ງພາທໍາມະຊາດເປັນບ່ອນທໍາມາຫາກິນ ເວົ້າລວມ, ເວົ້າສະເພາະ ເປັນໄພຂົ່ມຂູ່ທີ່ອັນຕະລາຍຕໍ່ເສດຖະກິດ-ສັງຄົມ. ດ້ວຍເຫດນັ້ນ, ໄລຍະຜ່ານມາ ສະພາແຫ່ງຊາດ ໄດ້ຕັ້ງໜ້າປະຕິບັດບັນດາພັນທະສາກົນກ່ຽວກັບບັນຫາການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ປາກົດຜົນເປັນຈິງ; ແຕ່ເຖິງຢ່າງໃດກໍຕາມ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າຍັງມີສິ່ງທ້າທາຍ ແລະ ຂໍ້ຈໍາກັດຫຼາຍດ້ານທີ່ຈະຕ້ອງໄດ້ຮ່ວມກັນພິຈາລະນາ, ຊອກຫາວິທີການປັບປຸງແກ້ໄຂ ແລະ ຍົກສູງປະສິດທິຜົນຂອງການປະຕິບັດໃຫ້ນັບມື້ດີຂຶ້ນ. ສະນັ້ນ, ໂດຍເຫັນໄດ້ຄວາມຈໍາເປັນ ແລະ ຄວາມສໍາຄັນຂອງວຽກງານດັ່ງກ່າວ, ສະພາແຫ່ງຊາດ ກໍຄືກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ໄດ້ສົມທົບກັບອົງການເຮວວີຕາສ (Helvetas) ຈັດກອງປະຊຸມນີ້ຂຶ້ນ ເພື່ອຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈ, ເສີມສ້າງທັກສະ ແລະ ຄວາມເຂັ້ມແຂງ ກ່ຽວກັບການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ທີ່ມີຜົນກະທົບເກີດຂຶ້ນໃນສັງຄົມລາວ ພ້ອມທັງເປັນເວທີໃຫ້ໄດ້ມີໂອກາດພົບປະແລກປ່ຽນບົດຮຽນການເຄື່ອນໄຫວວຽກງານຕ່າງໆ ທີ່ຕິດພັນກັບການປະຕິບັດພາລະບົດບາດຂອງຕົນ.

ເນື້ອໃນເອກະສານທີ່ນໍາສະເໜີໃນກອງປະຊຸມຄັ້ງນີ້ ປະກອບມີ 14 ຫົວຂໍ້ ກວມເອົາ 3 ກຸ່ມບັນຫາໃຫຍ່ ຄື: 1. ດ້ານນະໂຍບາຍ ແລະ ນິຕິກໍາ: ທົບທວນການຈັດຕັ້ງປະຕິບັດຍຸດທະສາດ ແລະ ກົດໝາຍ ທີ່ຕິດພັນກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ; 2. ດ້ານເຕັກນິກ ແລະ ການປັບຕົວ: ຄົ້ນຄວ້າວິທີການຫຼຸດຜ່ອນທາດອາຍເຮືອນແກ້ວ, ການສ້າງຄວາມທົນທານ ແລະ ລະບົບພະຍາກອນໄພພິບັດທີ່ທັນສະໄໝ; 3. ດ້ານກົນໄກການປະສານງານ: ເພີ່ມທະວີການຮ່ວມມືລະຫວ່າງບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການກຽມພ້ອມຕອບໂຕ້ ແລະ ຟື້ນຟູຫຼັງໄພພິບັດ. ຜູ້ເຂົ້າຮ່ວມກໍໄດ້ຜັດປ່ຽນກັນປະກອບຄວາມຄິດເຫັນຢ່າງກົງໄປກົງມາ ແລະ ຊັກຖາມຕໍ່ຫົວຂໍ້ຕ່າງໆ ໃຫ້ມີຄວາມເຂົ້າໃຈຢ່າງກວ້າງຂວາງ ແລະ ເລິກເຊິ່ງ ພ້ອມທັງຖອດຖອນບົດຮຽນປະສົບການຕົວຈິງໃນການຕອບໂຕ້ຮັບມືກັບໄພພິບັດທາງດິນຟ້າອາກາດຢູ່ທ້ອງຖິ່ນຂອງຕົນ.

(ສອນສັກ ວັນວິໄຊ)

