loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສ້າງຄວາມເຂັ້ມແຂງໃຫ້ພະນັກງານພາຍໃນກົມເລຂານຸການ

ມ.ສ. 11, 2022 | SlideMobile, ຂ່າວກອງປະຊຸມ

             
            (ສພຊ) ໃນວັນທີ 9 ກຸມພາຜ່ານມາ, ທີ່ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ; ກົມເລຂານຸການ ຄະນະ ເລຂາທິການສະພາແຫ່ງຊາດ ໄດ້ເປີດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງໃຫ້ພະນັກງານພາຍໃນກົມເລຂານຸ ການ ໂດຍການເປັນປະທານຂອງທ່ານ ສຸລະສັກ ສຸວັນນະວົງ ຮອງຫົວໜ້າກົມເລຂານຸການ, ເຂົ້າຮ່ວມມີທ່ານ ສິງຄຳ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ຜູ້ຊີ້ນໍາກົມເລຂານຸການ; ວິທະຍາກອນທີ່ຖືກເຊີນ, ຄະນະຮັບຜິດຊອບ ວຽກງານບໍລິຫານ-ບໍລິການ, ບັນດາເລຂານຸການຄະນະປະຈຳສະພາແຫ່ງຊາດ ແລະ ພະນັກງານ-ວິຊາການທີ່ກ່ຽວຂ້ອງ.
​            ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອບຳລຸງຍົກລະດັບຄວາມອາດສາມາດໃຫ້ແກ່ພະນັກງານ-ລັດຖະກອນ ແລະ ຍົກລະດັບໃຫ້ວຽກງານຄົ້ນຄວ້າ-ສັງລວມ ການສະໝອງຂໍ້ມູນໃຫ້ແກ່ຂັ້ນເທິງ ມີປະສິດທິພາບດີຂຶ້ນເລື້ອຍໆ ແລະ ສ້າງຄວາມເປັນເອກະພາບໃນວຽກງານຄົ້ນຄວ້າ-ສັງລວມ ໂດຍສະເພາະການຂຽນເອກະສານຕ່າງໆໃຫ້ມີຄຸນ ນະພາບ; ເພື່ອຮັບຟັງ ແລະ ແລກປ່ຽນຄຳຄິດຄຳເຫັນ ແລະ ສະເໜີວິທີການແກ້ໄຂບັນຫາຕ່າງໆໃນການປະຕິບັດ ໜ້າທີ່ວຽກງານຕົວຈິງ ລວມທັງດ້ານດີ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ.
           ເນື້ອໃນທີ່ນຳມາເຝິກອົບຮົມຄັ້ງນີ້ ປະກອບມີ: ບົດຮຽນການຮ່າງບົດຄໍາເຫັນໂອ້ລົມ ແລະ ບົດສັງລວມຄໍາເຫັນໃຫ້ ປະທານກອງປະຊຸມ; ບົດຮຽນກ່ຽວກັບການຂຽນບົດບັນທຶກກອງປະຊຸມ ແລະ ບົດປາໄສຕ່າງໆ; ການຮ່າງບົດບັນທຶກກອງປະຊຸມ; ບົດຮຽນໃນການຈັດກອງປະຊຸມໃນຮູບແບບທາງໄກ; ການຮ່າງ ບົດສະຫລຸບຕ່າງໆ ເປັນຕົ້ນ: ບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາເດືອນ, ປະຈໍາປີ ຂອງຄະນະປະຈໍາສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ; ຂັ້ນຕອນການກະກຽມກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ແລະ ການຈໍລະຈອນເອກະສານຂອງກົມເລຂານຸການ; ຂັ້ນຕອນການກະກຽມກອງປະຊຸມສະພາແຫ່ງຊາດ; ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມເລຂານຸການ.
              ທ່ານ ສຸລະສັກ ສຸວັນນະວົງ ປະທານກອງປະຊຸມ ໄດ້ກ່າວເປີດວ່າ: ບັນດາ​ເອກະສານ​ທີ່​ນຳ​ມາສະ​ເໜີໃນຄັ້ງນີ້​ ແມ່ນມີ​ຄວາມ​ສຳຄັນຫລາຍ ​ເພາະ​ພົວພັນ​ໂດຍ​ກົງ​ເຖິງ​ການປະຕິບັດພາລະບົດ ບາດຂອງກົມເລຂານຸການສະພາແຫ່ງຊາດ ໃນການ​ຍົກ​ສູງ​ປະສິດທິ​ພາບ ​ແລະ ​ປະສິດທິ​ຜົນຂອງການເປັນເສນາທິການໃຫ້ແກ່ວຽກງານສະພາແຫ່ງຊາດ ເພື່ອເຮັດໃຫ້ວຽກງານຂອງສະພາແຫ່ງຊາດ ໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງມີໝາກຜົນ, ຮັບປະກັນຄວາມສອດຄ່ອງ ແລະ ຄວາມເປັນເອກະພາບໃນການປະຕິບັດພາລະບົດບາດຂອງຕົນຕາມກົດໝາຍ. ດັ່ງນັ້ນ, ໃນຖານະປະທານກອງປະຊຸມ, ຂໍຮຽກຮ້ອງມາຍັງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມສໍາມະນາຄັ້ງນີ້ ຈົ່ງໄດ້ສຸມທຸກສະຕິປັນຍາຄວາມຮູ້ ແລະ ປະສົບການເຂົ້າໃນການຄົ້ນຄວ້າ​ ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ສ້າງສັນ, ພ້ອມກັນປຶກສາຫາລື ແລະ​ ສະເໜີບັນຫາທີ່ມີ​ເຫດ​ມີ​ຜົນ ​ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.​
(ພາບ ແລະ ຂ່າວ: ນາງ ນິດຕາ ຄຸນປາກດີ)