ສ້າງຄວາມເຂັ້ມແຂງໃຫ້ພະນັກງານຮັບຜິດຊອບວຽກວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ

ຕ.ລ. 30, 2026

        (ສພຊ) – ກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ກ່ຽວກັບວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 29-30 ຕຸລາ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກໍາມະການສູນກາງພັກ, ​ປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ (ກວສຊ) ເຊິ່ງມີທ່ານ ນາງ ວິລະວອນ ພັນທະວົງ ຮອງ​ປະທານ ກວສຊ, ທ່ານສະມາຊິກສະພາແຫ່ງ ຊາດປະຈຳການ ກວສຊ ພ້ອມດ້ວຍບັນດາວິທະຍາກອນຈາກກົມການປົກຄອງທ້ອງຖິ່ນ ຄະນະຈັດຕັ້ງສູນກາງພັກ, ກົມຊັ້ນຄົນ ແລະ ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ, ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ; ຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານ ຈາກ 3 ກົມທີ່ຂຶ້ນກັບ ກວສຊ; ​ສໍາ​ມະ​ນາກ​ອນທີ່ຮັບຜິດຊອບວຽກງານດັ່ງກ່າວ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມກວ່າ 50 ທ່ານ.
        ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກ່າວວ່າ: ກອງ​ປະຊຸມ​​​ຄັ້ງ​ນີ້ ​​ເພື່ອ​ສ້າງ​ຄວາມຮັບຮູ້ເຂົ້າໃຈທາງດ້ານວິຊາການ ໃນການເຊື່ອມຊຶມກໍາ​ແໜ້ນຢ່າງ​ເລິກ​ເຊິ່ງຕໍ່ເນື້ອໃນທີ່ນໍາມາຝຶກອົບຮົມ ເປັນຕົ້ນ: ທີ່​ຕັ້ງ​ພາລະ​ບົດບາດ, ສິດ, ໜ້າ​ທີ່ ຂອງ​ກໍາມາ​ທິການ​ວັດທະນະ​ທໍາ-ສັງຄົມ ​ແລະ​ ຊົນ​ເຜົ່າ, ກົນ​ໄກ​ການ​ປະສານສົມທົບການຕິດຕາມກວດກາໃນ​ຂົງ​ເຂດວຽກ​ງານ​ວັດທະນະ​ທໍາ-ສັງຄົມ ​ແລະ ​ຊົນ​ເຜົ່າ, ສ້າງ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈກ່ຽວ​ກັບ​ວາລະ​ແຫ່ງ​ຊາດວ່າ​ດ້ວຍ​ການ​ພັດທະນາ​ຊົນນະບົດ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ, ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານການ​ປົກຄອງ​ທ້ອງ​ຖິ່ນ, ການຈັດ​ຕັ້ງ​ປະຕິບັດ​ພາລະ​ບົດບາດ​ວຽກ​ງານ​ຊັ້ນ​ຄົນ-ການຈັດ​ຕັ້ງ​ສັງຄົມ, ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ພັດທະນາ​ຊົນນະບົດ ​ແລະ​ ກອງ​ທຶນ​ຫຼຸດຜ່ອນ​ຄວາມທຸກ​ຍາກ; ພ້ອມກັນນີ້, ຈະມີການສົນທະນາ, ຕັ້ງຄໍາຖາມ ເພື່ອແລກປ່ຽນ​ບົດຮຽນເຊິ່ງ​ກັນແລະກັນ ລະຫວ່າງວິທະຍາກອນ ກັບ ສໍາມະນາກອນ ມີ​ບັນຫາ​ໃດ​ທີ່​ເຫັນ​ວ່າ​ຍັງ​ບໍ່​ທັນລະອຽດຈະແຈ້ງຕໍ່ກັບເນື້ອໃນທີ່ນໍາສະເໜີ ຫຼື ການຈັດຕັ້ງປະຕິບັດຜ່ານມາພົບບັນຫາໃດ ກໍສາມາດຍົກປະເດັນຂຶ້ນເພື່ອພ້ອມກັນ​ຄົ້ນຄວ້າ, ສ້າງຄວາມຮັບຮູ້ເຂົ້າໃຈ ​ແລະ ​​ເປັນ​ເອກະ​ພາບ​ກັນ​ ​ເພື່ອ​ເປັນບົດຮຽນນໍາ​ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ໃຫ້​ໄດ້​ຮັບການຈັດຕັ້ງປະຕິບັດ ແລະ ມີ​ຜົນ​ສໍາ​ເລັດ​ເປັນ​ຢ່າງ​ດີ.
        ໃນກອງປະຊຸມ, ໄດ້ຮັບຟັງການນໍາສະເໜີມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ຂໍ້ຕົກລົງຂອງກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຊົນເຜົ່າ ແລະ ສາສະໜາ, ການຈັດຕັ້ງພາລະບົດບາດວຽກງານການປົກຄອງທ້ອງຖິ່ນ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ, ການຈັດຕັ້ງປະຕິບັດພາລະບົດບາດວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ໃນໄລຍະຜ່ານມາ, ການຈັດຕັ້ງວຽກງານພັດທະນາຊົນນະບົດ ແລະ ວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກ; ​ບັນດາສໍາມະນາກອນ ໄດ້ຍົກສູງຄວາມຮັບຜິດຊອບເອົາ​ໃຈ​ໃສ່ຮັບຟັງການສະເໜີ, ຄົ້ນຄວ້າ, ເຊື່ອມ​ຊຶມ, ກໍາແໜ້ນເນື້ອໃນຕ່າງໆ ແລະ ພ້ອມກັນປະກອບຄໍາ​ຄິດຄໍາ​ເຫັນຢ່າງຕັ້ງໜ້າ ​ເພື່ອສ້າງ​ຄວາມ​ຮັບຮູ້, ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ສາມາດ​ນໍາ​ເອົາ​ບົດຮຽນ​ໃນ​ການ​ຝຶກ​ອົບຮົມ​ຄັ້ງ​ນີ້​ ໄປ​ຜັນ​ຂະຫຍາຍ ​ແລະ ຈັດ​ຕັ້ງ​ປະຕິບັດ​ເຂົ້າ​ໃນ​ໜ້າ​ທີ່​ວຽກ​ງານ​ຕົວ​ຈິງທີ່​ຕົນຮັບຜິດຊອບ ຫຼື ​ຕາມການ​ມອບ​ໝາຍ​ ​ໃຫ້​ໄດ້​ຮັບ​ຜົນ​ສໍາ​ເລັດເປັນຮູບປະທໍາ.
(ນາງ ອານິຕາ ມ່ວນສະຫວັດ)