(ສພຊ) – ພາຍຫຼັງດຳເນີນມາເປັນເວລາ 3 ວັນ ນັບແຕ່ວັນທີ 28 ຕຸລາຜ່ານມາ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ກອງປະຊຸມລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ ໄດ້ສຳເລັດລົງໃນວັນທີ 30 ຕຸລານີ້ ໂດຍການມີຄຳເຫັນໂອ້ລົມຂອງທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ຜູ້ຊີ້ນຳວຽກຫ້ອງວ່າການ ແລະ ເປັນປະທານກອງປະຊຸມໂດຍທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຮອງຫົວໜ້າຫ້ອງວ່າການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ບຸນຈັນ ສີວົງພັນ ໄດ້ລາຍງານຜົນການຈັດຕັ້ງດຳເນີນກອງປະຊຸມຄັ້ງນີ້ໂດຍຫຍໍ້ ເຊິ່ງກອງປະຊຸມໄດ້ຮັບຟັງການສະເໜີຮ່າງນິຕິກໍາ 3 ສະບັບ ທີ່ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຄົ້ນຄວ້າ, ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ, ກົງໄປກົງມາ, ສ້າງສັນ, ຟົດຟື້ນ ເລີ່ມແຕ່ໂຄງຮ່າງ, ຊື່ນິຕິກໍາ, ບ່ອນອີງ, ແຕ່ລະມາດຕາຂອງແຕ່ລະໝວດ ໂດຍອີງຕາມມາດຕາຂອງກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງ, ບົດຮຽນ ແລະ ປະສົບການວຽກງານຕົວຈິງ ເພື່ອສະເໜີຂໍ້ຄິດເຫັນ, ການອະທິບາຍຊີ້ແຈງ ແນໃສ່ເຮັດໃຫ້ການປັບປຸງບັນດາຮ່າງມະຕິ, ຂໍ້ຕົກລົງດັ່ງກ່າວ ຄົບຖ້ວນ, ຊັດເຈນ ແລະ ສອດຄ່ອງກັບສະພາບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນປັດຈຸບັນ ທັງຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງ ສພຊ ມີປະສິດທິຜົນສູງຂຶ້ນ.

ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນບາງດ້ານດັ່ງນີ້:
1. ຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການປະສານງານລະຫວ່າງຫ້ອງວ່າການສະພາແຫ່ງຊາດ ກັບ ບັນດາກໍາມາທິການສະພາແຫ່ງຊາດ: ຄົ້ນຄວ້າໂຄງຮ່າງ, ເນື້ອໃນ, ຂັ້ນຕອນການພົວພັນປະສານງານແຕ່ລະວຽກງານ ໃຫ້ລະອຽດ ແລະ ຊັດເຈນ ຕາມພາລະບົດບາດຂອງຫ້ອງວ່າການ ແລະ ບັນດາກໍາມາທິການ; ຖ້າກໍານົດລະອຽດຈະແຈ້ງ ຈະສ້າງຄວາມສະດວກໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທັນກໍານົດເວລາ ເປັນຕົ້ນ ການກະກຽມການຮັບໃຊ້ກອງປະຊຸມ ສພຊ, ກອງປະຊຸມ ຄປຈສພຊ.
2. ຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍລະບຽບການດໍາເນີນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ: ຄົ້ນຄວ້າລະອຽດຂັ້ນຕອນການດໍາເນີນ, ການພິຈາລະນາຫົວຂໍ້ເນື້ອໃນກ່ອນຈະເຂົ້າຜ່ານ, ເປົ້າໝາຍເຂົ້າຮ່ວມ, ການດໍາເນີນ, ການກໍານົດເວລາການປະກອບຄໍາເຫັນ, ການຮັບຮອງເອົາຜົນກອງປະຊຸມຕໍ່ແຕ່ລະບັນຫາ ຄວນຄົ້ນຄວ້າລະອຽດບັນຫາໃດສະເໜີໃຫ້ຮັບຮອງອອກເປັນມະຕິ, ບັນຫາໃດຄວນອອກແຈ້ງການ, ອອກຄໍາແນະນໍາ ເພື່ອປະສານສົມທົບ ແລະ ແຈ້ງການໃຫ້ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດ, ແຕ່ສໍາຄັນແມ່ນການບັນທຶກໃຫ້ຖືກຕົວຈິງ, ຈະແຈ້ງ ແລະ ຊັດເຈນ.
3. ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ ວ່າດ້ວຍການເຄື່ອນໄຫວຂອງເລຂາການນໍາສະພາແຫ່ງຊາດ (ປັບປຸງ): ຄົ້ນຄວ້າຕື່ມ ໂດຍສະເພາະການປະຕິບັດໜ້າທີ່ວຽກງານຂອງເລຂາການນໍາ ເພື່ອຮັບປະກັນການເປັນເສນາທິການໃຫ້ແກ່ການນໍາຕົນ ມີຄວາມຄ່ອງແຄ່ວວ່ອງໄວ ເປັນຕົ້ນ ການສະໜອງຂໍ້ມູນຂ່າວສານ, ການຂີດຂຽນເອກະສານ, ການສັງ ລວມບັນດາກົດໝາຍ, ນິຕິກໍາ, ການບັນທຶກຄໍາສະເໜີຂອງປະຊາຊົນ; ພ້ອມດຽວກັນ, ຕ້ອງສາມາດເຮັດໜ້າທີ່ຊ່ວຍການນໍາຂອງຕົນ ໃນການຄົ້ນຄວ້າຮ່າງເອກະສານຕ່າງໆ ແລະ ບົດປະກອບຄໍາເຫັນຕໍ່ບັນດາເນື້ອໃນທີ່ສໍາຄັນ. ນອກນັ້ນ, ໃຫ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ, ກໍານົດນະໂຍບາຍທີ່ເໝາະສົມຕາມລະບຽບການ ລວມທັງການກໍານົດບ່ອນສັງກັດຂອງເລຂາການນໍາ ຈະຂຶ້ນກັບກົມ, ກໍາມາທິການ ຫຼື ຫ້ອງວ່າການ ກໍໃຫ້ກໍານົດຢ່າງລະອຽດຕາມນິຕິກໍາທີ່ວາງອອກໃນໄລຍະຜ່ານມາ ໃຫ້ມີຄວາມສອດຄ່ອງ.
(ນາງ ປາກາລັກ ພົມມີໄຊ)

