loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສຳເລັດກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກຮາກຖານ ກວທສ

ກ.ຍ. 13, 2021 | ຂ່າວກອງປະຊຸມ

ຮັກສາ​ການເລຂາໜ່ວຍພັກ​ຮາກ​ຖານ ກວທສ ສະພາ​ແຫ່ງ​ຊາດ; ​ໂດຍການ​ເຂົ້າ​ຮ່ວມຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ​​; ມີຕາງໜ້າອົງການຈັດຕັ້ງມະຫາຊົນພາຍໃນສະພາແຫ່ງຊາດ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ພ້ອມດ້ວຍ​ແຂກ​ຖືກເຊີນ.

ກອງປະຊຸມໄດ້ເຫັນ​ດີ​ເປັນ​ເອກະພາບ​ໃນການຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາເນື້ອໃນທີ່ສຳຄັນຄື: ບົດລາຍງານການເມືອງ, ທິດທາງແຜນການ ແລະ ຄາດໝາຍສູ້ຊົນຂອງໜ່ວຍພັກຮາກຖານ ກວທສ; ບົດສຳຫລວດການນຳພາຂອງຄະນະພັກຊຸດເກົ່າ ໃນໄລຍະ 5 ປີຜ່ານມາ ເຊິ່ງໄດ້ສະຫລຸບຕີລາຄາການນໍາພາໃນດ້ານການເມືອງ-ແນວຄິດ, ການຈັດຕັ້ງແລະ ແບບແຜນວິທີການນຳພາ, ດ້ານການກໍ່ສ້າງ ແລະ ຂະຫຍາຍວຽກງານປ້ອງກັນພັກ, ດ້ານການຈັດຕັ້ງມະຫາຊົນ, ດ້ານການເງິນ ແລະ ການນຳພາດ້ານປະຕິບັດໜ້າທີ່ວິຊາສະເພາະ; ຈາກນັ້ນ, ຜູ້​ແທນ​ສົມບູນກອງ​ປະຊຸມ​ໃຫຍ່ ​ໄດ້​​ໃຊ້​ສິດ​ປະຊາທິປະ​ໄຕ​ຂອງ​ຕົນ​ປ່ອນ​ບັດ​​ເລືອກຕັ້ງ​ເອົາ​ຄະນະໜ່ວຍ​​ພັກຮາກ​ຖານ​ ກວທສ ​ສະ​​ໄໝ​ທີ III ບົນ​ພື້ນຖານ​ຫລັກການລວມສູນ​ປະຊາທິປະ​ໄຕ​ ທັງ​ຖືກຕ້ອງ​ສອດຄ່ອງ​ກັບ​ມາດຖານ​ເງື່ອນ​ໄຂ​ທີ່​ໄດ້​ກຳນົດ​ໄວ້ ເຊິ່​ງມີ​ຜູ້ອອກຮັບ​ສະໝັກ​ເລືອກ​ຕັ້ງ 7 ສະຫາຍ ຍິງ 3 ສະຫາຍ; ກອງ​ປະຊຸມ​ໄດ້ເລືອກຕັ້ງເອົາຄະນະໜ່ວຍພັກສະ​ໄໝ​ທີ III ໄດ້ຈໍານວນ​ 5 ສະຫາຍ ແລະ ໄດ້ເປີດກອງປະຊຸມຄັ້ງປະຖົມມະລືກຄົບຄະນະໜ່ວຍພັກຮາກ​ຖານ ກວທສສະໄໝທີ III ​ເລືອກ​ຕັ້ງ​ເອົາ​ສະຫາຍ ນາງ ທຸມມາລີ ວົງພະຈັນ ເປັນເລຂາໜ່ວຍພັກ; ສະຫາຍ ບຸນລ້ອມ ແກ້ວບົວໂຮມ ເປັນຮອງເລຂາໜ່ວຍພັກ; ສະຫາຍນາງ ມະນີວັນ ເຍຍປາວເຮີ ເປັນກຳມະການໜ່ວຍພັກ, ປະທານກວດກາພັກ; ສະຫາຍ ສົມເພັດ ຈິດຕະວັນ ເປັນກຳມະການໜ່ວຍພັກ, ຮອງປະທານກວດກາໜ່ວຍພັກ; ສະຫາຍ ບຸນສະຫວັນ ໄຊຍະວົງເປັນກໍາມະການໜ່ວຍພັກ ແລະ ເລືອກເອົາສະມາຊິກພັກສົມບູນ ໃນຈຳນວນ 16 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ຂອງອົງຄະນະພັກສະພາແຫ່ງຊາດ; ໃນນັ້ນ, ໄດ້ເລືອກເອົາຜູ້ແທນສົມບູນ ຈຳນວນ 13 ສະຫາຍ, ຜູ້ແທນສຳຮອງຈຳນວນ 2 ສະຫາຍ ແລະ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຊີ້ທິດເຍືອງທາງແກ່ການດໍາເນີນຊີວິດການເມືອງຂອງບັນດາສະມາຊິກພັກຈາກສະຫາຍ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ເພື່ອໃຫ້ຄະນະໜ່ວຍພັກ ແລະ ສະມາຊິກໜ່ວຍພັກກໍາມາທິການວັດທະນະທໍາ-ສັງຄົມ ນໍາໄປຄົ້ນຄົ້ວຈັດຕັ້ງຜັນຂະຫຍາຍເຂົ້າສູ່ພຶດຕິກໍາຕົວຈິງ ເພື່ອເຮັດໃຫ້ໜ່ວຍພັກມີຄວາມປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ເປັນເສນາທິການໃຫ້ແກ່ຄະນະບໍລິຫານງານພັກສະພາແຫ່ງຊາດ ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະພັກຮາກຖານຊຸດໃໝ່ທີ່ຈະສືບຕໍ່-ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະໜ່ວຍພັກຮາກຖານກໍາມາທິການວັດທະນະທໍາ-ສັງຄົມໃຫ້ຍາດໄດ້ຜົນງານ ແລະ ມີຜົນສໍາເລັດໃໝ່ຍິ່ງໃຫຍ່ກວ່າເກົ່າ.