ສຳເລັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ພ.ພ. 22, 2026

(ສພຊ) – ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນບ່າຍວັນທີ 21 ພຶດສະພານີ້. ຕະຫຼອດໄລຍະ 3 ວັນທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ບັນດາສະຫາຍຄະນະບໍລິຫານງານສູນກາງພັກ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ສຸມໃສ່ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນເລິກເຊິ່ງ, ກົງໄປກົງມາ ຕໍ່ການນໍາພາ-ຊີ້ນໍາຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ 2026; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ໃນໄລຍະ 6 ເດືອນຕົ້ນປີ 2026 ແລະ ຕໍ່ການສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນະຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ. ພ້ອມກັນນັ້ນ, ຍັງໄດ້ມີຄວາມເຫັນ ແລະ ເປັນເອກະພາບ ຮັບຮອງເອົາດ້ານຫຼັກການຕໍ່ຮ່າງມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃນໄລຍະໃໝ່; ຮ່າງມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຕ້ານ, ສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂພະຍາດອາຍາສິດ, ສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້ ແລະ ການຟຸມເຟືອຍ ໃນກົງຈັກການ ຈັດຕັ້ງ ແລະ ໃນສັງຄົມ ໂດຍມອບໃຫ້ຄະນະຮັບຜິດຊອບ ສືບຕໍ່ນຳໄປປັບປຸງໃຫ້ມີເນື້ອໃນຄົບຖ້ວນສົມບູນ.
ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນຊີ້ນຳ ໂດຍເນັ້ນໜັກຕື່ມບາງບັນຫາເພື່ອໃຫ້ບັນດາສະຫາຍຄະນະບໍລິຫານງານສູນກາງພັກ ນຳໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ຄື:
– ກົມການເມືອງ, ຄະນະເລຂາທິການສູນກາງພັກ ສືບຕໍ່ຊີ້ນໍາ, ຕິດຕາມ, ຊຸກຍູ້ ບັນດາກະຊວງ, ອົງການ, ນະຄອນຫຼວງ ແລະ ແຂວງ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ກໍຄື ມະຕິ, ຄໍາສັ່ງ ແລະ ນິຕິກໍາຕ່າງໆ ທີ່ສູນກາງວາງອອກ ໃຫ້ແທດຕົວຈິງ ແລະ ມີປະສິດທິຜົນ;
– ສືບຕໍ່ຊີ້ນໍາໃຫ້ມີການແກ້ໄຂບັນຫາຕ່າງໆທີ່ຍັງຄົງຄ້າງ ໃຫ້ຕົກໄປເປັນກ້າວໆ ເປັນຕົ້ນແມ່ນບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ຮັບປະກັນບໍ່ໃຫ້ຂາດແຄນນໍ້າມັນເຊື້ອໄຟ ດ້ວຍມາດຕະການຮອງຮັບຕ່າງໆ, ຄຸ້ມຄອງລາຄາສິນຄ້າ, ຄ່າຄອງຊີບ ແລະ ອັດຕາແລກປ່ຽນ;
– ສຸມໃສ່ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ: ບັນຫາຢາເສບຕິດ, ອາວຸດເຖື່ອນ, ການລັກລອບຂຸດຄົ້ນແຮ່ທາດ ແລະ ຊັບພະຍາກອນທໍາມະຊາດອື່ນໆ ທີ່ຜິດກົດໝາຍ;
– ສືບຕໍ່ປາບປາມ ແລະ ແກ້ໃຫ້ຕົກບັນຫາສະແກມເມີ, ຄໍເຊັນເຕີ, ປຸ້ນຈີ້ຊີງຊັບ, ອຸບັດເຫດຕາມທ້ອງຖະໜົນ ແລະ ອື່ນໆ;
– ສືບຕໍ່ຊີ້ນໍາການປັບປຸງກົນໄກ, ແບບແຜນເຮັດວຽກ, ກົງຈັກ, ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ຕົວຈິງ;
– ເອົາໃຈໃສ່ປັບປຸງລະບົບການເມືອງ, ການຄຸ້ມຄອງ-ບໍລິຫານຂອງອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ ໂດຍສະເພາະຢູ່ຂັ້ນຮາກຖານ ຕ້ອງຮັບປະກັນໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການຂອງພາກລັດ ແລະ ອົງການປົກຄອງ ຕ້ອງບໍລິການຮັບໃຊ້ປະຊາຊົນໃຫ້ດີຂຶ້ນ, ມີຄວາມໂລ່ງລ່ຽນ ແລະ ມີຄວາມວ່ອງໄວ-ທັນສະພາບການ ໃຫ້ເປັນຮູບປະທຳ;
– ສືບຕໍ່ຊີ້ນໍາການຄົ້ນຄວ້າ ແລະ ສະເໜີວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ເປັນວາລະແຫ່ງຊາດ ສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາເພື່ອດໍາເນີນການປະຕິບັດໂດຍໄວ;
– ສືບຕໍ່ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມຂອງວຽກງານອົງການພັກຂັ້ນສູນກາງຈໍານວນໜຶ່ງ ໃຫ້ສໍາເລັດຕາມແຜນ; ຊີ້ນໍາການຄົ້ນຄວ້າ, ກະກຽມເນື້ອໃນບັນດາມະຕິຂອງຄະນະບໍລິຫານງານສູນກາງພັກ ທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ໃນເດືອນສິງຫານີ້;
– ກົມການເມືອງຊີ້ນຳວຽກງານຮອບດ້ານຕາມແຜນ 6 ເດືອນທ້າຍປີ ແລະ ສືບຕໍ່ຊີ້ນຳການກະກຽມ ແລະ ດໍາເນີນກອງປະຊຸມສູນກາງພັກ ຄັ້ງທີ 4 ສະໄໝ XII ໃນທ້າຍປີ ຕິດພັນກັບການດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສູນກາງພັກ ປະຈຳປີ 2026 ໂດຍລົງເລິກຕີລາຄາຄວາມຮັບຜິດຊອບການເມືອງ ແລະ ໝາກຜົນຕົວຈິງໃນການນໍາພາຊີ້ນໍາວຽກງານທີ່ຕົນຮັບຜິດຊອບ.
ສະຫາຍເລຂາທິການໃຫຍ່ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວ່າ: ບັນດາຫົວຂໍ້ນຳມາປຶກສາຫາລື ແລະ ຮັບຮອງເອົານີ້ ແມ່ນປັດໄຈສໍາຄັນຂອງການເປັນພັກກຳອຳນາດທີ່ໝັ້ນຄົງ; ມະຕິທີ່ຈະອອກປະຕິບັດ ແມ່ນມະຕິທີ່ແນໃສ່ປັບປຸງປ່ຽນແປງຄວາມເຂັ້ມງວດວິທີການນຳພາຂອງພັກ, ການບໍລິຫານຂອງລັດຖະບານ ແລະ ການຕິດຕາມກວດກາຂອງສະພາ, ການສ້າງກຳລັງແຮງທີ່ແທ້ຈິງຂອງອົງການຈັດຕັ້ງການເມືອງ, ສັງຄົມ, ອົງການຈັດຕັ້ງມະຫາຊົນ; ການປະຕິບັດການຕົກລົງ ແລະ ມະຕິຂອງກອງປະຊຸມ ຄັ້ງທີ 3 ແມ່ນແກ່ນສານຂອງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.
ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ພ້ອມກັນເຊີດຊູຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຕັ້ງໜ້າບຸກບືນສູ້ຊົນ, ສຸມສະຕິປັນຍາ, ເຫື່ອແຮງທັງໝົດ ເຂົ້າໃນການນໍາພາ-ຊີ້ນຳການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມສູນກາງໃນຄັ້ງນີ້ ໃຫ້ມີຜົນສຳເລັດເປັນຮູບປະທຳຕາມຄາດໝາຍທີ່ວາງໄວ້.