(ສພຊ) – ວັນທີ 18 ພະຈິກ 2026, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ເປັນເຈົ້າພາບຈັດພາເຂົ້າອາຫານເຊົ້າ ແລະ ພົບປະພາຍໃນ 3 ຝ່າຍ (ກຳປູເຈຍ-ລາວ-ຫວຽດນາມ) ຮ່ວມກັບສະຫາຍ ເຈິ່ນ ແທັງ ເໝິ້ນ ປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ແລະ ສົມເດັດ ຄຸນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ລາຊະອານາຈັກກຳປູເຈຍ ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 47 ທີ່ນະຄອນຫຼວງມະນິລາ, ປະເທດຟີລິບປິນ.
ໃນການພົບປະອັນເປັນປະເພນີອັນດີງາມນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການນຳພັກ-ລັດ ແລະ ສະພາແຫ່ງຊາດ ຫວຽດນາມ ແລະ ກຳປູເຈຍ ທີ່ໄດ້ສົ່ງຄະນະຜູ້ແທນຂັ້ນສູງໄປຮ່ວມໄຫວ້ອາໄລ ແລະ ສົ່ງສານສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານ ໄຊສົມພອນ ພົມວິຫານ ອະດີດປະທານສະພາແຫ່ງຊາດ ແຫ່ງ ສປປລາວ ຜູ້ເປັນເພື່ອນມິດທີ່ສະໜິດສະໜົມ ເຊິ່ງເປັນກໍາລັງໃຈອັນໃຫຍ່ຫຼວງແດ່ຄອບຄົວພົມວິຫານ ແລະ ປະຊາຊົນລາວ; ພ້ອມດຽວກັນນັ້ນ, ກໍໄດ້ສະແດງຄວາມຂອບໃຈຕໍ່ການສົ່ງສານຊົມເຊີຍໃນໂອກາດທີ່ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ ແຫ່ງ ສປປລາວ ຊຸດທີ X ຜູ້ໃໝ່.

ຜູ້ນຳທັງສາມສະພາແຫ່ງຊາດ ໄດ້ຕີລາຄາສູງການພົວພັນລະຫວ່າງສະພາແຫ່ງຊາດ ກຳປູເຈຍ-ລາວ-ຫວຽດນາມ ໃນຕະຫຼອດໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ ແລະ ເສີມຂະຫຍາຍການພົວພັນຮ່ວມມືທີ່ດີທີ່ເປັນມູນເຊື້ອມາແຕ່ດົນນານຂອງປະຊາຊົນສາມຊາດອິນດູຈີນ ທີ່ມີກົກເຄົ້າມາຈາກພັກດຽວກັນ, ຮ່ວມສຸກຮ່ວມທຸກນໍາກັນໃນຕະຫຼອດໄລຍະຫຼາຍທົດສະວັດຜ່ານມາ ທີ່ຮ່ວມກັນຕໍ່ສູ້ເພື່ອເອກະລາດແຫ່ງຊາດ ແລະ ໄດ້ຮັບໄຊຊະນະຢ່າງສົມບູນ.
ທັງສາມຝ່າຍເຫັນດີພ້ອມກັນສືບຕໍ່ແລກປ່ຽນການຢ້ຽມຢາມຄະນະຜູ້ແທນໃນລະດັບຕ່າງໆ ຂອງສາມສະພາແຫ່ງຊາດ, ການແລກປ່ຽນບົດຮຽນດ້ານວິຊາການຕາມບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ການຍົກລະດັບວິຊາການ ແລະ ພາສາ, ແລະ ການເຄື່ອນໄຫວວຽກງານຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ເຊິ່ງກັນແລະກັນ; ຮ່ວມກັນຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຍຸດທະສາດທີ່ຜູ້ນໍາສາມປະເທດ, ສາມລັດຖະບານ ໄດ້ຕົກລົງຮ່ວມກັນ ໃຫ້ຖືກຈັດຕັ້ງປະຕິບັດເປັນຈິງ ລວມທັງບັນຫາຄວາມສະຫງົບຕາມບໍລິເວນຊາຍແດນ; ແລກປ່ຽນທັດສະນະ, ຄຳຄິດຄຳເຫັນ, ສະໜັບສະໜູນເຊິ່ງກັນແລະກັນໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນໃນເວທີ AIPA, IPU, APPF ແລະ ອື່ນໆ. ນອກຈາກນັ້ນ, ຍັງເຫັນດີສືບຕໍ່ຮ່ວມມືດ້ານແລກປ່ຽນບົດຮຽນລະຫວ່າງຄະນະມິດຕະພາບລັດຖະສະພາ, ສະມາຊິກລັດຖະສະພາໜຸ່ມ ແລະ ສະມາຊິກລັດຖະສະພາເພດຍິງ, ລວມເຖິງການນໍາໃຊ້ປັນຍາປະດິດ ຫຼື ເອໄອ (ArtificialIntelligence – AI) ເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງສະພາແຫ່ງຊາດ, ພ້ອມກັນຄົ້ນຄວ້າສຶກສາຄວາມເປັນໄປໄດ້ໃນການຈັດຕັ້ງເບີສາຍດ່ວນລະຫວ່າງສາມສະພາແຫ່ງຊາດ (Hotlinecentre), ທົບທວນຄືນກົນໄກການຈັດກອງປະຊຸມສຸດຍອດລັດຖະສະພາ ທີ່ເຄີຍຈັດຂຶ້ນຄັ້ງທຳອິດທີ່ ສປປລາວ ໃນທ້າຍປີ 2023 ໂດຍເນັ້ນຢ້ຳໃຫ້ສືບຕໍ່ຮັກສາ ແລະ ເສີມຂະຫຍາຍເນື້ອໃນຈິດໃຈດັ່ງກ່າວຢ່າງປົກກະຕິ.
ໃນປີ 2027 ທີ່ຈະມາເຖິງ, ສາມປະເທດມີແຜນຮ່ວມກັນຈັດຫຼາຍກິດຈະກຳ ເປັນຕົ້ນແມ່ນການກະກຽມຈັດກິດຈະກໍາສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 65 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ຄົບຮອບ 71 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ຫວຽດນາມ ຄົບຮອບ 50 ປີ.
ພ້ອມກັນນັ້ນ, ສອງປະທານສະພາແຫ່ງຊາດ ລາວ ແລະ ກຳປູເຈຍ ກໍໄດ້ເຫັນດີຈະສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງນຳກັນ ໂດຍຈະເລີ່ມຈາກທ່ານປະທານສະພາແຫ່ງຊາດລາວ ຈະໄປຢ້ຽມຢາມລາຊະອານາຈັກກຳປູເຈຍ ໃນທ້າຍປີ 2026 ເພື່ອສືບຕໍ່ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ, ພ້ອມນີ້ ກໍຈະມີການລົງນາມບົດບັນທຶກວ່າດ້ວຍການຮ່ວມມືສະບັບປັບປຸງ ເພື່ອເປັນບ່ອນອີງໃຫ້ແກ່ການເພີ່ມທະວີສາຍພົວພັນການຮ່ວມມືທີ່ດີງາມ ແລະ ເປັນມູນເຊື້ອແຕ່ດົນນານ ລະຫວ່າງສອງສະພາແຫ່ງຊາດ ລາວ-ກຳປູເຈຍ ອີກດ້ວຍ.

