(ສພຊ) – ທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີ ແຫ່ງ ສາທາລະນະລັດເບລາຣຸດຊີ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ເຊິ່ງມີເນື້ອໃນວ່າ:
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງກະທັນຫັນ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຜູ້ທີ່ເປັນທີ່ຮັກແພງຂອງປະຊາຊົນລາວ ເຊິ່ງໄດ້ອຸທິດຕະຫຼອດຊີວິດຂອງຕົນເພື່ອປະເທດຊາດ. ສາທາລະນະລັດ ເບລາຣຸດຊີ ຂໍຮ່ວມແບ່ງເບົາຄວາມໂສກເສົ້າເສຍໃຈ ຕໍ່ການສູນເສຍທີ່ບໍ່ສາມາດທົດແທນໄດ້ຄັ້ງນີ້ ຮ່ວມກັບປະຊາຊົນລາວ. ປະຊາຊົນເບລາຣຸດຊີ ຈະຈົດຈຳການປະກອບສ່ວນຂອງທ່ານ ໄຊສົມພອນ ພົມວິຫານ ໃນການຮັດແໜ້ນສາຍພົວພັນມິດຕະພາບ ເບລາຣຸດຊີ-ລາວ ແລະ ການພັດທະນາການຮ່ວມມືລະຫວ່າງລັດຖະສະພາຕະຫຼອດໄປ.
ໃນຊ່ວງເວລາທີ່ຍາກລຳບາກນີ້, ຂ້າພະເຈົ້າ ຂໍຝາກກຳລັງໃຈ ແລະ ຄວາມເປັນຫ່ວງເປັນໃຍຢ່າງສຸດຊຶ້ງ ຜ່ານທ່ານໄປຍັງຄອບຄົວ, ຍາດພີ່ນ້ອງ, ເພື່ອນມິດ, ເພື່ອນຮ່ວມງານ ແລະ ຜູ້ໃກ້ຊິດຂອງທ່ານຜູ້ນຳທີ່ໄດ້ຈາກເຮົາໄປ.
ດ້ວຍຄວາມນັບຖືຢ່າງສູງ.
