ສານເສົ້າສະຫຼົດໃຈຈາກ ສປປເກົາຫຼີ

ສ.ຫ. 14, 2026

(ສພຊ) – ຄະນະປະຈຳສະພາປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງຄະນະຮັບຜິດຊອບພິທີຊາປະນະກິດສົບລະດັບຊາດ ໃຫ້ແກ່ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ເຊິ່ງມີເນື້ອໃນວ່າ:
ຄະນະປະຈຳສະພາປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ມີຄວາມເສົ້າສະຫຼົດໃຈ ແລະ ສຸດແສນອາໄລເມື່ອໄດ້ຮັບຂ່າວຕໍ່ການເຖິງແກ່ມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຂໍສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງ ມາຍັງສະພາແຫ່ງຊາດ, ປະຊາຊົນລາວ ພ້ອມດ້ວຍຄອບຄົວ ແລະ ຍາດຕິພີ່ນ້ອງຂອງສະຫາຍ ໄຊສົມພອນ ພົມວິຫານ.
ພວກຂ້າພະເຈົ້າ ຈະຈາລຶກຄຸນງາມຄວາມດີຂອງສະຫາຍ ໄຊສົມພອນ ພົມວິຫານ ທີ່ໄດ້ປະກອບສ່ວນອັນສໍາຄັນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດການສ້າງສາສັງຄົມນິຍົມຂອງປະຊາຊົນລາວ ກໍຄືການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີງາມ ລະຫວ່າງສອງຊາດ ສປປເກົາຫຼີ ແລະ ສປປລາວ ຕະຫຼອດໄປ.