(ສພຊ) – ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົ່ງສານເສົ້າສະຫຼົດໃຈມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ (ພັກ ປປລາວ), ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ສູນກາງແນວລາວສ້າງຊາດ ແຫ່ງ ສປປລາວ ຕໍ່ການມໍລະນະກໍາຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ເຊິ່ງມີເນື້ອໃນດັ່ງນີ້:
ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ປະຊາຊົນຫວຽດນາມ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ 2026.
ສະຫາຍ ໄຊສົມພອນ ພົມວິຫານ ເປັນຜູ້ນຳທີ່ໂດດເດັ່ນຂອງພັກ, ລັດ ແລະ ປະຊາຊົນລາວ, ເປັນນັກກອມມູນິດທີ່ຈົງຮັກພັກດີ ແລະ ໄດ້ອຸທິດຊີວິດທັງໝົດຂອງຕົນ ໃຫ້ແກ່ພາລະກິດການປະຕິວັດຂອງພັກປະຊາຊົນປະຕິວັດລາວ, ໃຫ້ພາລະກິດການປົກປັກຮັກສາ, ສ້າງສາ ແລະ ການພັດທະນາປະເທດລາວທີ່ມີສັນຕິພາບ, ເອກະລາດ, ເອກະພາບ ແລະ ຈະເລີນຮຸ່ງເຮືອງ. ໃນຖານະຕຳແໜ່ງທີ່ເປັນປະທານສະພາແຫ່ງຊາດ ແລະ ໃນບົດບາດສຳຄັນອື່ນໆຈຳນວນໜຶ່ງຂອງພັກ ແລະ ລັດ, ສະຫາຍໄດ້ມີການປະກອບສ່ວນອັນສຳຄັນເຂົ້າໃນການປັບປຸງລະບຽບກົດໝາຍໃຫ້ສົມບູນແບບ, ເສີມຂະຫຍາຍປະສິດທິພາບ ແລະ ກົດໝາຍໃຫ້ສົມບູນແບບ, ເສີມຂະຫຍາຍປະສິດທິພາບ ແລະ ປະສິດທິຜົນຂອງສະພາແຫ່ງຊາດລາວ, ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ, ເສີມສ້າງຄວາມສາມັກຄີພາຍໃນຊາດ ແລະ ຍົກສູງຖາ ນະຂອງລາວໃນເວທີສາກົນ.
ສະຫາຍ ໄຊສົມພອນ ພົມວິຫານ ເປັນສະຫາຍ ແລະ ເພື່ອນທີ່ຍິ່ງໃຫຍ່ຜູ້ສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ຍາມໃດກໍມີຈິດໃຈຄວາມຮັກແພງອັນເລິກເຊິ່ງ ແລະ ຄວາມເປັນຫ່ວງເປັນໃຍເປັນພິເສດຕໍ່ການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ ແລະ ລາວ.
ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ເປັນການສູນເສຍອັນໃຫຍ່ຫຼວງຕໍ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ແລະ ໃນເວລາດຽວກັນ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍໄດ້ສູນເສຍເພື່ອນທີ່ຍິ່ງໃຫຍ່, ຜູ້ເປັນສະຫາຍທີ່ຈົງຮັກພັກດີ ແລະ ສະໜິດສະໜົມ.
ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ແລະ ຄອບຄົວຂອງສະຫາຍ ໄຊສົມພອນ ພົມວິຫານ ຈະຜ່ານຜ່າຄວາມທຸກໂສກເສຍດາຍ, ການສູນເສຍອັນໃຫຍ່ຫຼວງນີ້ໂດຍໄວ ແລະ ສືບຕໍ່ພາລະກິດສ້າງປະເທດລາວໃຫ້ນັບມື້ພັດທະນາ ແລະ ຈະເລີນຮຸ່ງເຮືອງ.
ໃນໂອກາດຄວາມໂສກເສົ້າເສຍດາຍນີ້, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ.ຫວຽດນາມ; ສະຫາຍ ເຈີ່ນ ເກີ້ມ ຕູ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຍັງໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈມາຍັງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປລາວ; ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປລາວ ອີກດ້ວຍ.
