ສະເຫຼີມສະຫຼອງ ເນື່ອງໃນໂອກາດ ຄົບຮອບ 64 ປີ ວັນສ້າງຕັ້ງ ແຂວງອຸດົມໄຊ ແລະ ຄົບຮອບ 117 ປີ ວັນຄ້າຍວັນເກີດ ປະທານ ສຸພານຸວົງ.

ສ.ຫ. 4, 2026

ໃນວັນທີ 15 ກໍລະກົດ 2026, ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະກຳສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ພ້ອມດ້ວຍຄະນະບໍລິຫານງານພັກແຂວງ, ການນຳອົງການປົກຄອງແຂວງ, ບັນດາພະແນກການ, ອົງການ ແລະ ສອງກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ເຂົ້າວາງພວງມະລາ ຢູ່ ອານຸສາວະລີ ນັກຮົບນິລະນາມ(ຫຼັກ 7) ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບຫຼໍ່ ປະທານ ໄກສອນ ພົມວິຫານ.
ແລະ ວາງພວງມະລາ ແລະ ກະຕ່າດອກໄມ້ ເປັນການສະແດງເຖິງຄວາມເຄົາລົບນັບຖື, ຄວາມກະຕັນຍູຮູ້ບຸນຄຸນ ແລະ ລະນຶກເຖິງ ຄຸນງາມຄວາມດີຂອງບັນດານັກຮົບປະຕິວັດ ແລະ ວິລະຊົນຜູ້ກ້າ ທີ່ໄດ້ເສຍສະຫຼະເລືອດເນື້ອ ແລະ ຊີວິດ ເພື່ອພາລະກິດ ຕໍ່ສູ້ກູ້ຊາດ ພາຍໃຕ້ການນຳພາອັນຖືກຕ້ອງຂອງ ພັກປະຊາຊົນປະຕິວັດລາວ ສາມາດຍາດໄດ້ໄຊຊະນະ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
 
ພິທີດັ່ງກ່າວດຳເນີນໄປດ້ວຍບັນຍາກາດອັນສະຫງົບ, ສົມກຽດ ແລະ ເປັນການສະແດງອອກເຖິງຄວາມສາມັກຄີ, ຄວາມກະຕັນຍູ ແລະ ຄວາມມຸ້ງໝັ້ນຂອງການນຳ ແລະ ປະຊາຊົນ ແຂວງອຸດົມໄຊ ໃນການສືບສານມູນເຊື້ອອັນດີງາມຂອງຊາດ, ສືບຕໍ່ປະຕິບັດພາລະກິດການປົກປ້ອງ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຕາມເປົ້າໝາຍທີ່ວາງໄວ້.