loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະເຫລີມສະຫລອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ

ສ.ຫ. 17, 2021 | ຂ່າວກອງປະຊຸມ

(ສພຊ) ຕອນເຊົ້າວັນສຸກທີ 13 ສິງຫາ 2021 ຢູ່ທີ່ຫໍສະພາແຫ່ງຊາດ ໄດ້ມີພີທີໂຮມຊຸມນຸມເພື່ອສະເຫລີມສະຫລອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ (15/8/1991-15/8/2021) ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປລາວ; ທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ທັງເປັນຫົວໜ້າຄະນະຮັບຜິດຊອບສະເຫລີມສະຫລອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ; ມີບັນດາທ່ານການນຳ-ພັກລັດຂັ້ນສູງ, ອະດີດການນຳພັກ-ລັດຂັ້ນສູງ, ຕົວແທນອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍບັນດາທ່ານອາດີດສະມາຊິກສະພາປະຊາຊົນສູງສຸດ, ສະມາຊິກສະພາແຫ່ງຊາດ, ຄະນະຮ່າງລັດຖະທຳມະນູນສະບັບທຳອິດ, ອົງການປົກຄອງນະຄອນຫລວງ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ຂຶ້ນກ່າວປາໄສກ່ຽວກັບຜົນງານການເຄື່ອນໄຫວໃນການສ້າງ ແລະ ຈັດຕັ້ງປະຕິບັດລັດຖະທຳມະນູນ ໃນໄລຍະ 30 ປີຜ່ານມາ ເຊິ່ງມີເນື້ອໃນບາງຕອນວ່າ: ກ່ອນໜ້ານີ້ 30 ປີ ຄື: ວັນທີ 13 ສິງຫາ 1991 ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ທີ່ຫໍສະພາແຫ່ງຊາດ (ຫລັງເກົ່າ) ໃນສະຖານທີ່ແຫ່ງນີ້ ກອງປະຊຸມໄດ້ພ້ອມກັນພິຈາລະນາຮ່າງລັດຖະທຳມະນູນ ທີ່ຄະນະກຳມະການຮ່າງລັດຖະທຳມະນູນແຫ່ງຊາດ ໄດ້ສະເໜີຕໍ່ກອງປະຊຸມ. ຜ່ານການຄົ້ນຄວ້າພິຈາລະນາຢ່າງຖີ່ຖ້ວນ ແລະ ເລິກເຊິ່ງ, ມາໃນວາລະປະຊຸມຕອນບ່າຍຂອງວັນທີ 14 ສິງຫາ 1991 ກອງປະຊຸມໄດ້ຮັບຮອງເອົາລັດຖະທຳມະນູນ ແຫ່ງ ສປປລາວ ສະບັບທຳອິດ ຢ່າງເປັນເອກະສັນ ແລະ ໃນວັນຕໍ່ມາ, ທ່ານ ພູມີ ວົງວິຈິດ ຮັກສາການປະທານປະເທດ ກໍໄດ້ອອກລັດຖະດຳລັດ ສະບັບເລກທີ 55/ປທປທ, ລົງວັນທີ 15 ສິງຫາ 1991 ປະກາດໃຊ້ລັດຖະທຳມະນູນສະບັບດັ່ງກ່າວ ຢ່າງເປັນທາງການ ແລະ ພາຍຫລັງລັດຖະທຳມະນູນ ແຫ່ງ ສປປລາວ ສະບັບທຳອິດ ໄດ້ຖືກປະກາດໃຊ້ເປັນເວລາ 4 ປີ ຈົນມາຮອດທ້າຍປີ 1995 ໂດຍໄດ້ຮັບຄຳເຫັນດີຈາກກົມການເມືອງສູນກາງພັກ ສະ    ໄໝທີ V, ສະພາແຫ່ງຊາດ ຊຸດທີ III ຈຶ່ງໄດ້ຕົກລົງກຳນົດເອົາວັນປະກາດໃຊ້ລັດຖະທຳມະນູນ (ວັນທີ 15 ສິງຫາ 1991) ເປັນວັນລັດຖະທຳມະນູນແຫ່ງຊາດ; ຈາກນັ້ນ, ໄດ້ມີການປັບປຸງລັດຖະທຳມະນູນ ໃນປີ 2003 ແລະ ປີ 2015. ຕະຫລອດໄລຍະ 30 ປີຜ່ານມາ, ເຫັນວ່າ ທົ່ວພັກ ທົ່ວລັດ ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ໄດ້ຮ່ວມແຮງຮ່ວມໃຈ ແລະ ສາມັກຄີກັນເປັນປຶກແຜ່ນແໜ້ນໜາ, ສູ້ຊົນບຸກບືນເຂົ້າຮ່ວມຢ່າງພ້ອມພຽງ ໃນການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແຫ່ງ ສປປລາວ, ສ້າງຜົນງານອັນພົ້ນເດັ່ນໃຫຍ່ຫລວງຫລາຍດ້ານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ; ພ້ອມດຽວກັນນັ້ນ, ກໍຍັງປະສົບກັບສິ່ງທ້າທາຍທົດສອບໃຫຍ່ຫລາຍຢ່າງ ແລະ ຍັງມີຈຸດອ່ອນຂໍ້ຄົງຄ້າງຈຳນວນໜຶ່ງ ເຊິ່ງເລັ່ງທວງໃຫ້ພັກ ແລະ ລັດ ກໍຄືປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ພ້ອມກັນບຸກບືນສູ້ຊົນ ສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ເພື່ອປັບປຸງ, ແກ້ໄຂເປັນກ້າວໆ, ສືບຕໍ່ຍຶດໝັ້ນພາລະກິດປ່ຽນແປງໃໝ່, ບູລະນະລະບອບປະຊາທິປະໄຕປະຊາຊົນ, ສ້າງລັດເຮົາໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ໃຫ້ເຂັ້ມແຂງຂຶ້ນເທື່ອລະກ້າວ.
ໂອກາດດຽວກັນນີ້, ທ່ານ ທອງລຸນ ສີສຸດລິດ ກໍໄດ້ຂຶ້ນກ່າວສູນທອນພົດຕໍ່ພິທີໂຮມຊຸມນຸນໃນຄັ້ງນີ້ ເຊິ່ງທ່ານໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ມີພິທີໂຮມຊຸມນຸນສະເຫລີມສະຫລອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ ເຊິ່ງຖືເປັນເຫດການການເມືອງທີ່ມີຄວາມໝາຍປະຫວັດສາດສຳຄັນວັນໜຶ່ງຂອງຊາດລາວ; ພ້ອມນັ້ນ, ທ່ານຍັງໄດ້ເລົ່າ    ຫວນຄືນຂະບວນວິວັດແຫ່ງການຕໍ່ສູ້ຂອງບັນພະບູລຸດລາວ ຈົນກ້າວມາເຖິງການມີລັດຖະທຳມະນູນສະບັບທຳອິດ, ເນື້ອໃນສຳຄັນບາງຕອນຂອງລັດຖະທຳມະນູນແຫ່ງຊາດ ສະບັບທຳອິດ ແລະ ຜົນງານການສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາເຖິງປັດຈຸບັນ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ.
ກິດຈະກຳການສະເຫລີມສະຫລອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ ຍັງປະກອບດ້ວຍການວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ; ນອກນັ້ນ, ຍັງມີການສາຍຮູບເງົາ 30 ປີ ກ່ຽວກັບການສ້າງ ແລະ ການຈັດຕັ້ງປະຕິບັດລັດຖະທຳມະນູນ, ການສະແດງ  ສຽງແຄນລາວທີ່ເປັນມໍລະລົກໂລກ ຕິດພັນກັບການຂັບລຳທ້ອງຖິ່ນ ກ່ຽວກັບການຊົມເຊີຍວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ ແລະ ການວາງສະແດງຮູບພາບການສ້າງ ແລະ ການຈັດຕັ້ງປະຕິບັດລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ ຢູ່ທີ່ຫໍສະພາແຫ່ງຊາດ (ຫລັງໃໝ່) ແລະ ຫໍພິພິທະພັນ ໄກສອນ ພົມວິຫານ ອີກດ້ວຍ.

ແຫຼ່ງຂ່າວທີ່ມາ: ສະພາແຫ່ງຊາດ