(ສພຊ) – ຕອນບ່າຍວັນທີ 3 ພະຈິກ 2026, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ພົບປະເຮັດວຽກຮ่ວມກັບສະຫາຍ ເຈິ່ນ ເກິ້ມ ຕູ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການ.
ໃນການພົບປະ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມ, ພ້ອມທັງຕາງໜ້າໃຫ້ພັກ-ລັດ ແລະ ສະພາແຫ່ງຊາດລາວ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການນຳຂັ້ນສູງຂອງຫວຽດນາມ ທີ່ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ແລະ ສົ່ງຄະນະຜູ້ແທນມາຮ່ວມໄຫວ້ອາໄລຕໍ່ການຈາກໄປຂອງອະດີດປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ; ພ້ອມດຽວກັນນີ້, ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ທີ່ສົ່ງເຖິງການນຳຂັ້ນສູງຂອງຫວຽດນາມ. ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ເຊິ່ງສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ເສດຖະກິດຂະຫຍາຍຕົວດ້ວຍຈັງຫວະສູງ ແລະ ບົດບາດອິດທິພົນທີ່ນັບມື້ສູງເດັ່ນຂຶ້ນໃນເວທີສາກົນ.

ສະຫາຍ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຊາບການພົວພັນສອງອົງການນິຕິບັນຍັດ ເຊິ່ງສອງຝ່າຍໄດ້ທົບທວນການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື ພ້ອມທັງກະກຽມສ້າງກິດຈະກຳສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ (ຄົບຮອບ 65 ປີ ການພົວພັນການທູດ ແລະ 50 ປີ ສົນທິສັນຍາມິດຕະພາບ ແລະ ການຮ່ວມມື) ໃນປີ 2027 ແລະ ປັບປຸງບົດບັນທຶກການຮ່ວມມືທີ່ຈະໝົດອາຍຸລົງ, ລາຍງານສະພາບການພົ້ນເດັ່ນຂອງ ສປປລາວ ກ່ຽວກັບສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ການເຕີບໂຕເສດຖະກິດ (GDP) 9 ເດືອນຕົ້ນປີ 2026 ບັນລຸ 4.8% (ຄາດຄະເນທ້າຍປີ 5.1%) ພ້ອມທັງການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ X ໃນການຮັບຮອງເອົາວາລະແຫ່ງຊາດ ແລະ ບັນດາກົດໝາຍສຳຄັນຕ່າງໆ.

ສຳລັບໂຄງການຮ່ວມມືຍຸດທະສາດ, ສອງຝ່າຍຕີລາຄາສູງຕໍ່ການຕົກລົງຮ່ວມກັນໃນບັນດາໂຄງການຂະໜາດໃຫຍ່ ເຊັ່ນ: ທ່າເຮືອຫວຸງອາງ, ທາງດ່ວນ ວຽງຈັນ-ຮ່າໂນ້ຍ, ທາງລົດໄຟ ລາວ-ຫວຽດນາມ ຕະຫຼອດເຖິງໂຄງການພະລັງງານ, ກະສິກໍາ, ບໍ່ແຮ່ ແລະ ໂຄງລ່າງນໍ້າມັນ ເຊິ່ງຈະເປັນຍຸດທະສາດຊ່ວຍພັດທະນາ ສປປລາວ.
ໃນຕອນທ້າຍ, ການນຳທັງສອງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ໝັ້ນຄົງຂະນົງແກ່ນຕະຫຼອດໄປ.

