loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະຫະພັນກຳມະບານສະພາແຫ່ງຊາດ ໄດ້ຮັບການສະໜັບສະໜູນ ຈາກ 2 ພາກສ່ວນ

ກ.ພ. 23, 2023 | SlideMobile

(ສພຊ) ວັນທີ 22 ກຸມພາ 2023, ໄດ້ມີພິທີມອບ-ຮັບເງິນສະໜັບສະໜູນໃຫ້ແກ່ສະຫະພັນກຳມະບານສະພາແຫ່ງຊາດ ຈາກ 2 ພາກສ່ວນຄື: ບໍລິສັດ ລັດວິສາຫະກິດຫວຍພັດທະນາລາວ ຈຳນວນ 5 ລ້ານກີບ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຈຳນວນ 5 ລ້ານກີບ ເຊິ່ງກ່າວມອບໂດຍທ່ານ ນາງ ແກ້ວຄູນມີ ຄຸນມະເມືອງ ຮອງຜູ້ອຳນວຍການບໍລິສັດ ລັດວິສາຫະກິດຫວຍພັດທະນາລາວ ແລະ ທ່ານ ສາຍຈິດ ສິມມະວົງ ຮອງຜູ້ອຳນວຍການທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ກ່າວຮັບໂດຍທ່ານ ອຳໄພ ຈິດມານົນ ປະທານຄະນະບໍລິຫານງານສະຫະພັນກຳມະບານສະພາແຫ່ງຊາດ, ກຳມະການຄະນະພັກສະພາແຫ່ງຊາດ, ຮອງປະທານກຳມາທິການກົດໝາຍ.
ໂອກາດດັ່ງກ່າວ, ທ່ານ ອໍາໄພ ຈິດມານົນ ຍັງໄດ້ກ່າວສະແດງຄວາມຂອບໃຈທັງ 2 ພາກສ່ວນ ທີ່ໄດ້ປະກອບສ່ວນໃຫ້ການສະໜັບສະໜູນໃນຄັ້ງນີ້ ເຊິ່ງເງິນຈຳນວນດັ່ງກ່າວ ຄະນະໄດ້ນຳໄປຈັດຊື້ອຸປະກອນກິລາ, ເຄື່ອງອຸປະໂພກ-ບໍລິໂພກ ເພື່ອນຳໄປມອບໃຫ້ພາກສ່ວນຕ່າງໆ ເນື່ອງໃນໂອກາດທີ່ ສະຫະພັນກຳມະບານສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວພົບປະແລກປ່ຽນກັບ ກຳມະບານແຂວງບໍລິຄຳໄຊ ໃນລະຫວ່າງວັນທີ 7-8 ກຸມພາຜ່ານມາ.