loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະ​ມາ​ຊີກ​ສະ​ພາ​ປະ​ຊາ​ຊົ​ນ​ແຂວງ​ປະ​ຈຳ​ ເຂດ​ເລືອກ​ຕັ້ງ​ເມືອງ​ນານ

ມ.ສ. 4, 2022 | ເຂດ 6 ຫລວງພະບາງ

         ໃນ​ລະ​ຫວ່າງວັນ​ທີ່ 29-31 / 03 / 2022 ຜ່ານ​ມາ​ນີ້ ທ່ານ ອຸ່ນ ດວງ​ມະ​ນີ ຮອງ​ເລ​ຂາ​ທິ​ການ ສະ​ມາ​ຊີກ​ສະ​ພາ​ປະ​ຊາ​ຊົນ​ແຂວງ ປະ​ຈຳ​ເຂດ​ເລືອກ​ຕັ້ງ​ເມືອງ ນານ ໄດ້​ລົງ​ຜັນ​ຂະ​ຫ​ຍາຍ​ຜົນ​ສຳ​ເລັດ​ ກອງ​ປະ​ຊູມ​ສະ​ໄໝ​ສາ​ມັນ​​ເທື່ອ​ທີ2 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຂວງ​ຊຸດ​ທີ II ຢູ່​ 4 ຈຸດ​ຂອງ ກູ່ມ​ນາ​ເມືອງ ​ເມືອງ​ນານກວມ​ເອົາ 5 ບ້ານ ຄື: ບ້ານ ຜາ​ໜີບ, ບ້ານ ນາ​ເມືອງ​ກາງ, ບ້ານ ຫ້ວຍ​ລາດ, ບ້ານ ປົ່ງ​ດົງ ແລະ ບ້ານ ນາ​ເມືອງ​ໃຫ​ຍ່, ມີ​ການ​ຈັດ​ຕັ້ງ​ບ້ານ, ເຖົ້າ​ແກ່​ແນວ​ໂຮມ, ​ປະ​ຊາ​ຊົນ​ພາຍ​ໃນ​ບ້ານ​ເຂົ້າ​ຮ່ວມ​ຮັບ​ຟັງ​ທັງ​ໝົດ  388 ທ່ານ, ຍີງ 183 ທ່ານ.

          ການ​ລົງ​ມາ​ເຄື່ອນ​ໄຫວ​ພົບ​ປະ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ຄັ້ງ​ນີ້​ ທ່ານ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໂດຍ​ຫ​ຍໍ້​ຂອງ​ແຕ່​ລະ​ບ້ານ,  ຫຼັງ​ຈາກ​ນັ້ນທ່ານກໍ່​ໄດ້ນຳ​ເອົາ​​ເນື້ອ​ໃນ​ຈິດ​ໃຈ ຜົນ​ສຳ​ເລັດ​ກອງ​ປະ​ຊູມ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ​ມາ​ເຜີຍ​ແຜ່ເຜີຍ​ແຜ່​ເຊື່ອມ​ຊືມ​ ໃຫ້ພໍ່​ແມ່​ພີ້​ນ້ອງ​ປະ​ຊົນ​ບັນ​ດາ​ເຜົ່າ​ໄດ້​ຮັບ​ຮ ​ຼ້​ແລະ ​ເຂົ້າ​ໃຈ​ບັນ​ຫາ​ສຳ​ຄັນ​ຕ່າງໆ​ຂອງ​ແຂວງ ​ທີ່​ໄດ້​ນຳ​ມາ​ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ຢູ່​ໃນ​ກອງ​ປະ​ຊູມ ແລະ ໄດ້​ຮັບ​ຟັງ​ຄຳ​ຄິດ​ເຫັນ, ບັນ​ຫາ​ຂໍ້​ຂັດ​ຂ້ອງ​ໝອງ​ໃຈ​ຂອງ​ພໍ່​ແມ່​ພີ້​ນ້ອງ​ຢູ່​​ພາຍໃນ​ແຕ່​ລະ​ບ້ານ​ ເຊີ່ງທ່ານກໍ່​ໄດ້​ອະ​ທິ​ບາຍ​ຊີ້​ແຈງ​ບາງ​ຄຳ​ສະ​ເໜີ ແລະ ຮັບ​ເອົາ​ຄຳ​ສະ​ເໜີ​ຂອງ​ປະ​ຊາ​ຊົນ ​ເພື່ອນຳ​ເອົາ​ມາ​ພິ​ຈາ​ລະ​ນາ ປຶກ​ສາ​ຫາ​ລື, ຊກ​ຍູ້​ໃຫ້​ຂະ​ແໜງ​ການ​ກ່ຽວ​ຂ້ອງ​ແກ້​ໄຂ​ຕາມ​ລະ​ບຽບ​ກົດ​ໝາຍ​ທີ່​ວາງ​ໄວ້, ໃນ​ຕອນ​ທ້າຍ​ຂອງກອງ​ປະ​ຊູ​ມ​ທ່ານ​ຍັງ​ໃດ້​ໂອ້​ລົມ​ເນັ້ນ​ໜັກການ​ປະ​ກອບ​ສ່ວນ​ຊ່ວຍ​ສັງ​ຄົມ ໃນ​ການ​ພັດ​ທະ​ນາ​ບ້ານ ການ​ສົ່ງ​ເສີມ​ການ​ປູກ​,ການ​ລ້ຽງ, ການ​ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ແຕ່​ລະ​ເຜົ່າ​ ແລະ ການ​ແກ້​ໄຂ​ປະ​ກົດ​ການ​ຫ​ຍໍ້​ທໍ່​ໃນ​ສັງ​ຄົມ ,   ໂອ​ກາດ​ດຽວ​ກັນ​ນີ້​ທ່ານກໍ່​ໄດ້​ນຳ​ເອົາ​ອຸ​ປະ​ກອນ​ນຳ​ໃຊ້​ຄົວ​ເຮືອນ ແລະ ເຄື່ອງ​ນຸ່ງ​ຈຳ​ນວນ​ໜື່​ງ​ມອບ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ບ້ານ ແລະ ມອບ​ໃຫ້​ຄອບ​ຄົວ​ທຸກ​ຍາກ.

ພາບ ແລະ ຂ່າວ ສາຍເຄນ ປານວິໄລ