loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະມາຊິກສະພາແຫ່ງຊາດ ສະເໜີລັດຖະບານຄົ້ນຄວ້າຫຼາຍບັນຫາສໍາຄັນ

ມ.ຖ. 20, 2022 | SlideMobile

            (ສພຊ) ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາຜ່ານມາ, ທ່ານ ຄຳດີ ວົງລ້ອມ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ວ່າ:
           1. ຂໍໃຫ້ລັດຖະບານຈັດສັນງົບປະມານ ເພື່ອຊົດເຊີຍປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງ ເສັ້ນທາງລົດໄຟລາວ-ຈີນ ໂດຍສະເພາະແມ່ນຜົນກະທົບທາງອ້ອມ ຢູ່ແຂວງອຸ ດົມໄຊ ຍັງບໍ່ທັນຊຳລະເງິນໃຫ້ຜູ້ທີ່ໄດ້ຮັບຜົນກະທົບ ຈໍານວນ 54 ຕື້ກວ່າກີບ.
           2. ຂໍໃຫ້ລັດຖະບານປະສານງານກັບທາງການ ສປ.ຈີນ ໃນການເປີດດ່ານທ້ອງຖິ່ນພູ ຫຼັກຄຳ ເມືອງນາໝໍ້ ແຂວງອຸດົມໄຊ ໃຫ້ເປັນປົກກະຕິ ເຊິ່ງຜ່ານມາເບື້ອງ ສປ.ຈີນ ເປີດໆປິດໆບໍ່ປົກ ກະຕິເຮັດໃຫ້ມີຄວາມຫຍຸ້ງຍາກໃນການນຳເຂົ້າ ແລະ ສົ່ງອອກໄປ ສປ.ຈີນ.
           3. ຂໍໃຫ້ກະຊວງການເງິນຊ່ວຍຊອກວິທີຈັດສັນຈາກການບໍລິການຕາມແລວເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງຜ່ານມາແມ່ນບໍ່ທັນມີລາຍຮັບເນື່ອງຈາກວ່າການບໍລິການໂດຍສານທາງລົດ ໄຟຖືກຍົກຂວັ້ນອາກອນມູນຄ່າເພີ່ມ ສ່ວນການບໍລິການຂົນສົ່ງສິນຄ້າ ຍັງບໍ່ທັນເປີດບໍລິການຢູ່ ແຂວງອຸດົມໄຊ.
          4. ສະເໜີໃຫ້ກະຊວງພະລັງງານບໍ່ແຮ່ ພິຈາລະນາທົບທວນຄືນໂຄງການຮ່ວມມື 3 ໂຄງການຄື ໂຄງການຮ່ວມມືຊອກຄົ້ນສໍາຫຼວດແຮ່ທາດ, ໂຄງການຮ່ວມມືສ້າງແຜນທີ່ທໍລະນີສາດ ແລະ ທໍລະນີເຄມີ ແລະ ໂຄງການຮ່ວມມືສ້າງຕັ້ງສະຖາບັນຄົ້ນຄວ້າຊັບພະຍາກອນແຮ່ທາດຢູ່ ແຂວງອຸດົມໄຊ ເພາະວ່າບາງໂຄງການໝົດສັນຍາ ແລະ ບາງໂຄງການບໍ່ມີການເຄື່ອນໄຫວ.
         5. ສະເໜີໃຫ້ລັດຖະບານຄົ້ນຄວ້າພິຈາລະນາຍົກເລີກ ແລະ ປິດໂຄງການຂຸດຄົ້ນແຮ່ ທາດ 4 ບໍລິສັດ ຢູ່ແຂວງອຸດົມໄຊ ທີ່ໝົດສັນຍາຂຸດຄົ້ນເປັນເວລາ 3 ປີກວ່າ ແລະ ບໍ່ປະ ຕິບັດພັນທະຕໍ່ລັດຖະບານ ແລະ ທ້ອງຖິ່ນ.