ສະມາຊິກສະພາແຫ່ງຊາດລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຢູ່ເມືອງພູຄູນ

ກ.ຍ. 16, 2024

ໃນລະຫວ່າງວັນທີ 3-7 ກັນຍາ 2024 ທ່ານ ສົມມາລີ ຄໍາເກັ່ງ, ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ຄະນະປະຈຳສະພາປະຊົນແຂວງ, ເລຂາພັກເມືອງ ເຈົ້າເມືອງພູຄູນ, ໄດ້ລົງເຄື່ອນໄຫວ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄຫມສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຢູ່ເມືອງວຽງຄໍາ ແຂວງຫຼວງພະບາງມີ 5 ຈຸດ, ລວມມີ 5 ບ້ານຄື: ບ້ານ ສາມສຸມ, ບ້ານ ດອນແກ້ວ, ບ້ານ ສາມຕົ້ນ, ບ້ານ ໃຫຍ່ວຽງຄໍາ ແລະ ບ້ານ ກິ່ວໄລ, ເຂົ້າຮ່ວມຮັບຟັງການເຜີຍແຜ່ຢູ່ແຕ່ລະຈຸດ ມີການນໍາຂອງເມືອງ, ເລຂາພັກບ້ານ, ນາຍບ້ານ, ອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ ບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທັງຫມົດ 347 ຄົນ, ຍິງ 196 ຄົນ.

​ການລົງເຜີຍແຜ່ຄັ້ງນີ້ກ່ອນອື່ນແມ່ນໄດ້ຮັບຟັງການງານໂດຍຫຍໍ້ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ຈາກອໍານາດການປົກຄອງແຕ່ລະບ້ານ, ຈາກນັ້ນ ທ່ານ ກໍ່ໄດ້ ນໍາເອົາເນື້ອໃນຈິດໃຈຜົນສໍາເລັດຂອງກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ມາເຜີຍແຜ່ ເປັນຕົ້ນ: ວຽກງານຂົງເຂດລັດຖະບານ, ວຽກງານອົງການກວດສອບແຫ່ງລັດ, ວຽກງານສະພາແຫ່ງຊາດ, ວຽກງານສ້າງ ແລະ ປັບປຸງກົດໝາຍ ຈໍານວນ 13 ສະບັບ ແລະ ວຽກບຸກຄະລາກອນ ທີ່ກອງປະຊຸມສະພາແຫ່ງຊາດໄດ້ຮັບຮອງເອົາຢູ່ໃນກອງປະຊຸມ ມາເຜີຍແຜ່ໃຫ້ ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ເພື່ອໃຫ້ປະຊາຊົນນໍາໄປຈັດຕັງປະຕິບັດ ເຂົ້າໃນພັດທະນາຊີວິດການເປັນຢູ່ໃຫ້ດີຂື້ນເປັນກ້າວໆ.

​ໂດຍລວມແລ້ວ, ສ່ວນຫຼາຍປະຊາຊົນແມ່ນມີອາຊີບການບໍລິການຄ້າຂາຍ, ປູກຝັງ ແລະ ລ້ຽງສັດເປັນອາຊີບຕົ້ນຕໍ, ຄຽງຄູ່ກັນນັ້ນ ຍັງໄດ້ຮັບຟັງຄໍາຄິດ, ຄໍາສະເໜີຂອງພໍ່ແມ່ປະຊາຊົນ. ໃນໂອກາດດັ່ງກ່າວ ທ່ານ ສົມມາລີ ຄໍາເກັ່ງ, ໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ເປັນເຈົ້າການໃນການສຶກສາອົບຮົມລູກຫຼານໃຫ້ເປັນພົນລະເມືອງດີ, ພ້ອມກັນປະຕິບັດຕາມແຜນພັດທະນາຂອງບ້ານວາງອອກໃຫ້ໄດ້ຮັບຜົນດີ, ເອົາໃຈໃສ່ເສີມຂະຫາຍການຜະລິດສິນຄ້າກະສິກໍາ, ປູກຝັງ ລ້ຽງສັດແລະອື່ນໆທີ່ເປັນທານແຮງຂອງບ້ານໃຫ້ຫຼາຍກາຍເປັນສິນຄ້າ ເພື່ອທົດແທນການນໍາເຂົ້າ,ສົ່ງເສີມການສົ່ງອອກໃຫ້ໄດ້ຫຼາຍ ແລະ ມີຕະຫຼາດຮອງຮັບ, ເພື່ອໃຫ້ແຕ່ລະຄອບຄົວມີລາຍຮັບສູງຂື້ນ ແລະ ຊີວິດການເປັນຢູ່ທີ່ດີຂື້ນໄປເລື້ອຍໆ,  ການລົງເຜີຍແຜ່ຄັ້ງນີ້ ທ່ານ ຍັງໄດ້ນໍາເອົາວັດຖຸປັດໃຈເປັນເງິນສົດຈໍານວນ 8 ລ້ານກີບ ໄປ ມອບໃຫ້ເມືອງວຽງຄໍາ ເພື່ອນໍາໄປຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ອີກດ້ວຍ.

                ຂ່າວ: ຫຸມພັນ ອໍາພອນ