(ສພຊ) – ວັນທີ 10 ກັນຍາຜ່ານມາ, ສະພາແຫ່ງຊາດ ໄດ້ມີການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ເອກະສານສຳຄັນຂອງພັກ, ລັດ ແລະ ສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮັກສາການແທນເລຂາຄະນະພັກສະພາແຫ່ງຊາດ, ຮັກສາການແທນປະທານສະພາແຫ່ງຊາດ; ມີບັນດາສະຫາຍຄະນະບໍລິຫານງານພັກສະພາແຫ່ງຊາດ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກສະພັກ ແລະ ພະນັກງານ-ລັດຖະກອນພາຍໃນສະ ພາແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII, ເຜີຍ ແຜ່ເນື້ອໃນບົດໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ແລະ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ຈາກສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮັກສາການແທນເລຂາຄະນະພັກສະພາແຫ່ງຊາດ, ຮັກສາການແທນປະທານສະພາແຫ່ງຊາດ; ເຜີຍແຜ່ມະຕິວ່າດ້ວຍການເພີ່ມທະວີສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປາກົດການຫຍໍ້ທ້, ການຟູມເຟືອຍ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ ສະບັບເລກທີ 67/ຄບສພ, ລົງວັນທີ 20 ສິງຫາ 2026 ຈາກສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສາງແຜນກໍານົດພະນັກ ງານນໍາພາ-ຄຸ້ມຄອງ ສະບັບເລກທີ 64/ກມສພ, ລົງວັນທີ 24 ກໍລະກົດ 2026 ຈາກສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ເຜີຍແຜ່ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ສະບັບເລກທີ 34/ສພຊ, ລົງວັນທີ 10 ກໍລະກົດ 2026 ຈາກສະຫາຍ ນາງ ອໍາໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ, ປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ແລະ ເຜີຍແຜ່ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຈາກສະຫາຍ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ. ຫຼັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນຕໍ່ເນື້ອໃນເອກະສານດັ່ງກ່າວຢ່າງມີຈຸດສຸມ ແລະ ກົງໄປກົງມາ.
ໃນໂອກາດນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ຍັງໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໜັກບາງບັນຫາດັ່ງນີ້:
1) ໃຫ້ບັນດາການນໍາກໍາມາທິການ ກໍຄື ຫ້ອງວ່າການສະພາແຫ່ງຊາດ ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອໃຫ້ມີຄວາມເຂົ້າໃຈຕໍ່ສະພາບການ, ມີຄວາມອົດທົນ, ອຸ່ນອຽນທຸ່ນທ່ຽງ, ສູ້ຊົນຜ່ານຜ່າທຸກອຸປະສັກ ໃນການປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດຫຼ້ອນໜ້າທີ່ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
2) ການສ້າງພັກໃຫ້ໄປຕາມທິດສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນໍາພາ; ສູ້ຊົນສ້າງໃຫ້ບັນດາໜ່ວຍພັກ ສືບຕໍ່ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ກໍ່ສ້າງພະນັກງານ-ລັດຖະກອນ ໃຫ້ມີການຫັນປ່ຽນໃໝ່ຢ່າງເລິກ ເຊິ່ງຕາມຂັ້ນຕອນຕ່າງໆ ເຊັ່ນ: ສ້າງ ແລະ ປັບປຸງນິຕິກຳ, ສ້າງແຜນກໍານົດພະນັກງານນຳພາຄຸ້ມຄອງ;ເອົາໃຈໃສ່ການປ້ອງກັນພະນັກງານ, ມີການແຕ່ງຕັ້ງຍົກຍ້າຍ ແລະ ສັບຊ້ອນພະນັກງານ, ຕີລາຄາປະເມີນພະນັກງານ, ປະຕິບັດນະໂຍບາຍ ແລະ ປະຕິບັດວິໄນຕາມກົດໝາຍ ແລະ ກົດລະບຽບຂອງພັກ.
3) ໃຫ້ບັນດາກໍາມາທິການ, ຫ້ອງວ່າການສະພາແຫ່ງຊາດ ຮີບຮ້ອນປັບປຸງມະຕິວ່າດ້ວຍການ ເຄື່ອນໄຫວວຽກງານຂອງຄະນະປະຈໍາສະພາແຫ່ງຊາດ, ການຈັດຕັ້ງ ແລະ ເຄື່ອນໄຫວວຽກງານຂອງບັນດາກໍາມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ; ພ້ອມກັນນັ້ນ, ໃຫ້ຮີບຮ້ອນຄົ້ນຄວ້າຂຽນຕໍາແໜ່ງງານໃຫ້ສໍາເລັດໄວ ເພື່ອຄົ້ນຄວ້າ, ບັນຈຸພະນັກງານເຂົ້າໃສ່ຕໍາແໜ່ງງານໃຫ້ພຽງພໍກັບຄວາມຕ້ອງ ການ ແລະ ຮັບປະກັນປະສິດທິພາບ, ປະສິດທິຜົນ ໃນການປະຕິບັດພາລະບົດບາດຂອງຕົນ.
4) ໃຫ້ບັນດາກໍາມາທິການ ຮີບຮ້ອນຄົ້ນຄວ້າກະກຽມຄວາມພ້ອມດ້ານເນື້ອໃນ, ກຳນົດເວລາ ເພື່ອດໍາເນີນກອງປະຊຸມຄົບຄະນະກໍາມາທິການຂອງຕົນ ກ່ອນດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໂດຍໃຫ້ຕິດພັນກັບບັນດາເນື້ອໃນວຽກງານລັດຖະບານ, ສານປະ ຊາຊົນສູງສຸດ, ອົງການໄອຍະການປະຊຸມສູງສຸດ, ອົງການກວດກາ ແລະ ກວດສອບແຫ່ງລັດ, ສູນກາງແນວລາວສ້າງຊາດ.
– ຮີບຮ້ອນຂຸ້ນຂ້ຽວກະກຽມຮອບດ້ານໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດທີໜຶ່ງຂອງເດືອນຕຸລາໜ້ານີ້ ໂດຍມອບໝາຍໃຫ້ກໍາມາທິການທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ກະກຽມຄໍາເຫັນຕໍ່ແຕ່ລະຫົວຂໍ້ໃນກອງປະຊຸມສະໄໝສາມັນເທື່ອທີ 2.
5) ສະເໜີໃຫ້ຄະນະພັກສະພາແຫ່ງຊາດ ກໍຄືບັນດາອະນຸກໍາມະການຕ່າງໆ ກະກຽມຄວາມພ້ອມເພື່ອດໍາເນີນກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກສະພາແຫ່ງຊາດ.

