ສະພາແຫ່ງຊາດ​ລາວ​ ພົບປະສອງຝ່າຍກັບບັນດາລັດຖະສະພາ​ອາຊຽນ​ ແລະ​ ປະເທດສັງເກດການ

ພ.ຈ. 23, 2026

        (ສພຊ) – ໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 47 ທີ່ນະຄອນຫຼວງມະນິລາ, ສາທາລະນະລັດຟີລິບປິນ, ທ່ານ​ ສອນໄຊ​ ສີພັນດອນ​ ປະທານສະພາແຫ່ງຊາດ​ ພ້ອມດ້ວຍ​ຄະນະ​ ໄດ້ພົບປະສອງຝ່າຍກັບບັນດາລັດຖະສະພາປະເທດອາຊຽນ ແລະ​ ປະເທດສັງເກດການ​ ຄື: ບຣູໄນ ດາຣູຊາລາມ,​ ຟີລິບປິນ,​ ມາເລເຊຍ,​ ແອັດສະປາຍ,​ ມາຣົກ.​
​         ການພົບປະດັ່ງກ່າວ ເປັນການເສີມຂະຫຍາຍການຮ່ວມມືລະຫວ່າງລັດຖະສະພາຂອງບັນດາປະເທດສະມາຊິກອາຊຽນ​ ແລະ​ ປະເທດສັງເກດການ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງຊຸກຍູ້ຄວາມພະຍາຍາມຮ່ວມກັນເພື່ອກ້າວໄປສູ່ປະຊາຄົມອາຊຽນທີ່ມີສັນຕິພາບ, ຄວາມວັດທະນາຖາວອນ ແລະ ຖືເອົາປະຊາຊົນເປັນໃຈກາງ.