loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາສອງແຂວງ ເຊກອງ-ກວາງນາມ ເສີມຂະຫຍາຍສາຍພົວພັນຮ່ວມມື

ຕ.ລ. 20, 2022 | ເຂດ 16 ເຊກອງ

            ໃນລະຫວ່າງ ວັນທີ 17-19 ຕຸລາ 2022 ນີ້, ຄະນະຜູ້ແທນຂັ້ນສູງສະພາປະຊາຊົນແຂວງ ເຊກອງ ສປປລາວ ນໍາໂດຍ ທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ພົບປະແລກປ່ຽນບົດຮຽນຮ່ວມກັບຄະນະນໍາຂັ້ນສູງສະພາປະຊາຊົນແຂວງ ກວາງນາມ ສສ ຫວຽດນາມ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການສະພາປະຊາຊົນ ແຂວງ ກວາງນາມ ສສ ຫວຽດນາມ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຟານ ຫວຽດ ເກື່ອງ ກໍາມະການສູນກາງພັກກອມມູນິດຫວຽດນາມ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ກວາງນາມ ໂດຍມີບັນດາທ່ານຄະນະຜູ້ແທນຂັ້ນສູງຂອງສອງສະພາປະຊາຊົນແຂວງ ເຂົ້າຮ່ວມ.           ການພົບປະຄັ້ງນີ້, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ມູນເຊື້ອສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ກໍຄືປະຊາຊົນສອງແຂວງ ເຊກອງ ສປປລາວ-ກວາງນາມ ສສ ຫວຽດນາມ ໃນໄລຍະຜ່ານມາ ແລະ ຖືໂອກາດນີ້, ທັງສອງຝ່າຍກໍໄດ້ຜັດປ່ຽນກັນລາຍງານສະພາບທີ່ພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືການປະຕິບັດໜ້າທີ່ວຽກງານຂອງສອງສະພາໃນໄລຍະຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວວຽກງານໃນຕໍ່ໜ້າ. ພ້ອມທັງ, ສະແດງຄວາມຊົມເຊີຍ ແລະ ຕີລາສູງຕໍ່ຜົນສໍາເລັດໃນການພົບປະແລກປ່ຽນເຊິ່ງກັນ ແລະ ກັນໃນຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສໍາຄັນຍິ່ງ.           ທັງນີ້, ກໍເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ຫວຽດນາມລາວ ເວົ້າລວມ, ເວົ້າສະເພາະ ເພື່ອເປັນການເພີ່ມທະວີການພົວພັນຮ່ວມມື ລະຫວ່າງສະພາປະຊາຊົນແຂວງ ເຊກອງ ແຫ່ງ ສປປ ລາວ ກັບ ສະພາປະຊາຊົນແຂວງ ກວາງນາມ ແຫ່ງ ສສ ຫວຽດນາມ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງທະນົງແກ່ນ ແລະ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມນັ້ນ, ທັງສອງຝ່າຍຈະໄດ້ສືບຕໍ່ພົວພັນ, ພົບປະແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາການເປັນຕົ້ນ: ວິທີຈັດສັນງົບປະມານເຂົ້າໃສ່ແຜນການລົງທຶນຂອງລັດຂັ້ນແຂວງ, ຂັ້ນຕອນ ແລະວິທີການຕິດຕາມກວດກາຂອງ ສສຊ-ສສຂ ຕາມພາລະບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ພ້ອມທັງ ຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ ລະຫວ່າງ ອົງການປົກຄອງແຂວງ ເຊກອງ ສປປລາວ ແລະ ແຂວງ ກວາງນາມ ສສ ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນ.            ໂອກາດດັ່ງກ່າວ, ຄະນະຜູ້ແທນສອງແຂວງ ເຊກອງ-ກວາງນາມ ຍັງໄດ້ໄປກາບໄຫວ້ສັກກາລະບູຊາສຸສານນັກຮົບວິລະຊົນທີ່ເສຍສະຫຼະເພື່ອຊາດ ແລະ ຮູບປັ້ນແມ່ວິລະຊົນຫວຽດນາມ ຢູ່ບ້ານອານຟູ ເມືອງ ຕາມກີ່; ຢ້ຽມຢາມພື້ນຖານການຜະລິດກະສິກໍາເປັນສິນຄ້າ ແລະ ສູນແນະນໍາໜຶ່ງຊຸມຊົນໜຶ່ງຜະລິດຕະພັນ ຢູ່ເມືອງ ຕຽນເຟືອກ; ຢ້ຽມຢາມເຂດອຸດສະຫະກໍາການຜະລິດ ແລະ ຈໍາໜ່າຍສິນຄ້າສົ່ງອອກ ຂອງແຂວງ ກວາງນາມ ໂດຍສະເພາະ: ບໍລິສັດ ເຊິມເຊິມ ກຣຸບ (SAM SAM GROUP). ພ້ອມນີ້, ຍັງໄດ້ເຄື່ອນໄຫວຢ້ຽມຢາມເຂດຕໍ່ສູ້ຕ້ານສົງຄາມພາກໃຕ້ຂອງລາວ ຢູ່ເມືອງ ຟຸນິງ ແຂວງ ກວາງນາມ ອີກດ້ວຍ.                                                                                                                                                                                     #ໂດຍ: ນາລີວັນ.