ສະພາປະຊາຊົນແຂວງອັດຕະປື ປະດັບຫຼຽນກາລະນຶກ 50 ປີ.

ກ.ຍ. 14, 2026

ສະພາປະຊາຊົນແຂວງອັດຕະປື ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 – 2 ທັນວາ 2025) ໃນວັນທີ 31 ສິງຫາຜ່ານມາ ທີ່ ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ພູວັນ ພົມມະຈັນ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ນ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ. ມີບັນດາທ່ານຄະນະປະຈໍາ, ຄະນະກໍາມະການ, ຄະນະຫ້ອງວ່າການ, ພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.ໃນພິທີ, ໄດ້ຮັບຟັງຜ່ານລັດຖະດຳລັດປະທານປະເທດ ເລກທີ 315 ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ (2 ທັນວາ 1975 – 2 ທັນວາ 2025) ໃຫ້ແກ່ພະນັກງານ-ລັດຖະກອນປະຈຳການ ແລະ ພະນັກງານບຳນານ. ສໍາລັບສະພາປະຊາຊົນແຂວງອັດຕະປື, ມີຜູ້ໄດ້ຮັບການປະດັບຫຼຽນກາລະນຶກ 50 ປີ ຈຳນວນ 20 ທ່ານ, ຍິງ 7 ທ່ານ, ໃນນັ້ນພະນັກງານບໍານານ 3 ທ່ານ ໂດຍໃຫ້ກຽດກ່າວມອບຂອງທ່ານ ພູວັນ ພົມມະຈັນ. ໂອກາດດັ່ງກ່າວ, ທ່ານ ພູວັນ ພົມມະຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາພະນັກງານຜູ້ທີ່ໄດ້ຮັບການປະດັບຫຼຽນກາລະນຶກໃນຄັ້ງນີ້. ທ່ານໄດ້ເນັ້ນຢ້ຳວ່າ: ຫຼຽນກາລະນຶກ 50 ປີ ບໍ່ພຽງແຕ່ເປັນລາງວັນອັນຊົງກຽດ ແລະ ຄວາມພາກພູມໃຈສ່ວນບຸກຄົນເທົ່ານັ້ນ, ແຕ່ຍັງເປັນການຍ້ອງຍໍສັນລະເສີນຈາກ ພັກ-ລັດ ຕໍ່ຜົນງານ, ຄຸນງາມຄວາມດີ, ການອຸທິດທຸ່ມເທເຫື່ອແຮງ ແລະ ສະຕິປັນຍາຂອງບັນດາພະນັກງານ ຕະຫຼອດໄລຍະການປະຕິບັດໜ້າທີ່ຜ່ານມາ,  ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ໄດ້ຮັບຫຼຽນກາລະນຶກ 50 ປີ ຈົ່ງສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມພູນຄູນສ້າງຄຸນສົມບັດທັດສະນະປະຕິວັດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ແລະ ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເປັນແບບຢ່າງອັນດີງາມໃຫ້ແກ່ພະນັກງານຮຸ່ນຫຼັງ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍຢ່າງເຄັ່ງຄັດ, ປະກອບສ່ວນເຂົ້າໃນການພັດທະນາແຂວງອັດຕະປື ເວົ້າສະເພາະ ແລະ ປະເທດຊາດ ເວົ້າລວມ ໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.    (ວິນັດ)