ໃນວັນທີ 19 ມິຖຸນາ 2026 ສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ມອບວັດຖຸປັດໃຈທຶນສົບທົບຊ່ວຍເຫລືອໂຮງຮຽນມັດທະຍົມຕອນຕົ້ນນ້ຳຫ້າ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ບຸນປີ ໄລປະເສີດ ກຳມະການຄະນະປະຈຳ ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ກົງເພັດ ແກ້ວບົວພາ ກຳມະການຄະນະປະຈໍາ ຮອງປະທານສະພາປະຊາຊົນແຂວງ ມີພະນັກງງານຄູ-ອາຈານ ມຕ ນ້ຳຫ້າ ແລະ ຫົວໜ້າ, ຮອງຂະແຫນງພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ.
ໂອກາດນີ້ ທ່ານ ບຸນປີ ໄລປະເສີດ ມີຄໍາເຫັນໂອ້ລົມ ທ່ານໃຫ້ຮູ້ວ່າວັດຖຸປັດໃຈທີ່ສະພາປະຊາຊົນແຂວງ ຊ່ວຍເຫລືອໃນຄັ້ງນີ້ເຖີງບໍ່ແມ່ນຈໍານວນຫລາຍແຕ່ເປັນການປະກອບສ່ວນຢ່າງຈິງໃຈ ເພື່ອສົມທົບທຶນຊ່ວຍເຫລືອໃນຂົງເຂດການສຶກສາ, ສ້າງຫໍພັກໃຫ້ນັກຮຽນຢູ່ເຂດຫ່າງໄກຊອກຫລີກພາຍໃນ ສຕ ນ້ຳຫ້າ ໄດ້ມີບ່ອນພັກອາໄສ, ສະດວກສະບາຍໃນການສຶກສາ, ໂອກາດນີ້ ໄດ້ໃຫ້ກຽດມອບວັດຖຸປັດໃຈໃນຄັ້ງນີ້ຈໍານວນ 5,000,000 ກີບ ໃຫ້ກັບຄູອາຈານໂຮງຮຽນ ມຕ ນ້ຳຫ້າ ເພື່ອນໍາໄປປະກອບສ່ວນສ້າງຫໍພັກພັກນ້ອງນ້ອຍນັກຮຽນໃຫ້ສໍາເລັດຕາມຈຸດປະສົງທີ່ວາງໄວ້.
