loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສສຊ ແລະ ສສຂ 4 ແຂວງພາກເໜືອ ຮັບຟັງການເຜີຍແຜ່ ສົນທິສັນຍາສາກົນດ້ານສິດທິມະນຸດ ທີ່ ສປປ ລາວ ເປັນພາຄີ.

ພ.ພ. 4, 2022 | ເຂດ 4 ອຸດົມໄຊ

ໃນລະຫວ່າງວັນທີ 4-5 ພຶດສະພາ ປີ 2022 ກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ເປີດກອງປະຊຸມສໍາມະນາເຜີຍແຜ່ ກ່ຽວກັບສົນທິສັນຍາດ້ານສິດທິມະນຸດທີ່ ສປປ ລາວ ເປັນພາຄີ ແລະ ບັນດາຂໍ້ສະເໜີແນະພາຍໃຕ້ກົນໄກທົບທວນປະຈໍາໄລຍະດ້ານສິດທິມະນຸດຮອບວຽນທີ 3(3rd Cycle of UPR)ທີ່ ສປປ ລາວ ຮັບຮອງເອົາ ໃຫ້ແກ່ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ 4 ແຂວງພາກເໜືອຄື: ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ ທີ່ຫ້ອງປະຊຸມຫ້ອງວາການແຂວງອຸດົມໄຊ ພາຍໃຕ້ການເປັນປະທານຮ່ວມລະຫວ່າງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານຄະນະກໍາມະການແຫ່ງຊາດ ວ່າດ້ວຍສິດທິມະນຸດ ແລະ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີບັນດາທ່ານ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນຂັ້ນແຂວງ 4 ແຂວງພາກເໜືອ, ພະນັກງານຈາກກົມທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ກະຊ່ວງການຕ່າງປະ ເທດ ແລະ ພະແນກການທີ່ກ່ຽວຂ້ອງຂັ້ນແຂວງ-ແຂວງອຸດົມໄຊ ເຂົ້າຮ່ວມທັງໝົດ ຈໍານວນ 59 ທ່ານ, ຍິງ 12 ທ່ານ.

ກອງປະຊຸມໄດ້ຮັບຟັງການເຜີຍແຜ່ຄວາມຮູ້ພື້ນຖານກ່ຽວກັບສິດທິມະນຸດ ແລະ ການເຄື່ອນໄຫວວຽກງານສິດ ທິມະນຸດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ(ອາຊຽນ), ກົນໄກສິດທິມະນຸດພາຍໃນຂອງ ສປປ ລາວ ໃນການປົກປ້ອງ ແລະ ສົ່ງເສີ່ມສິດທິມະນຸດ, ການເຂົ້າຮ່ວມຂະບວນການທົບທວນປະຈໍາໄລຍະດ້ານສິດທິມະນຸດ(UPR) ຮອບວຽນທີ 3, ກົດໝາຍ ວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ, ພາລະບົດບາດຂອງສະພາແຫ່ງຊາດ ຕໍ່ກັບການຮັບ ຮອງ, ໃຫ້ສັດຕະຍາບັນ ແລະ ເຂົ້າຮ່ວມເປັນພາຄີຂອງສົນທິສັນຍາລວມທັງການຕິດຕາມການຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາສາກົນດ້ານສິດທິມະນຸດ, ປັດຈຸບັນ ສປປ ລາວ ໄດ້ມີສາຍພົວພັນການທູດກັບ 148 ປະເທດ, ໄດ້ເຊັນສົນທິສັນຍາທະວິພາຄີກັບ 148 ປະເທດ ລວມທັງໝົດຫຼາຍກວ່າ 735 ສະບັບ, ສົນທິສັນຍາພະຫຸພາຄີຫຼາຍກວ່າ 195 ສະບັບ, ສົນທິສັນຍາພາກພື້ນ, ສົນທິສັນຍາອາຊຽນຫຼາຍກວ່າ 244 ສະບັບ ແລະ ຍັງໄດ້ເຮັດບົດບາດສຳຄັນຫຼາຍດ້ານໃນເວທີສາກົນ, ເປັນຕົ້ນໃນປີນີ້ ສປປ ລາວ ໄດ້ຖືກເລືອກຕັ້ງເປັນຮອງປະທານສະມັດຊາໃຫຍ່ຂອງອົງການ ສປຊ ສະໄໝທີ 76 ສຳລັບປີ 2021-2022; ຈາກຜົນສໍາເລັດດັ່ງກ່າວ ເຮັດໃຫ້ ສປປ ລາວ ຂອງພວກເຮົາ ໄດ້ຮັບການສະ  ໜັບສະໜູນຈາກເພື່ອນມິດສາກົນທັງໃກ້ ແລະ ໄກ ນັບມື້ນັບຫຼາຍຂື້ນ, ການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ສປປ ລາວ ໄດ້ຢຶດໝັ້ນ ແລະ ໃຫ້ຄວາມສຳຄັນດ້ວຍການສຸມໃສ່ທຸກເງື່ອນໄຂທີ່ຈຳເປັນ ເພື່ອເອື້ອອຳນວຍໃຫ້ແກ່ປະຊາຊົນລາວບັນດາເຜົ່າສາມາດຊົມໃຊ້ສິດຂອງຕົນຕາມທີ່ໄດ້ກຳນົດໃນລັດຖະທຳມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ໂດຍສອດ ຄ່ອງກັບກົດບັດ ສປຊ, ຖະແຫຼງການສາກົນ ວ່າດ້ວຍ ສິດທິມະນຸດ ແລະ ສົນທິສັນຍາສາກົນດ້ານສິດທິມະນຸດ ທີ່ ສປປ ລາວ ເປັນພາຄີ, ປາສະຈາກການຈຳແນກດ້ວຍທຸກເຫດຜົນ.

ຫຼັງຈາກນັ້ນ, ກອງປະຊຸມໄດ້ມີການສົນທະນາແລກປ່ຽນກັນຢ່າງກົງໄປກົງມາ ແລະ ຕອນທ້າຍປະທານກອງປະຊຸມຍັງໄດ້ເນັ້ນໜັກໃຫ້ບັນດາທ່ານ ສສຊ-ສສຂ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງນໍາເອົາເນື້ອໃນຈິດໃຈ ຂອງກອງປະຊຸມ ໄປຜັນຂະຫຍາຍ ແລະ ເປັນບ່ອນອີງໃນການເຮັດໜ້າທີ່ພິຈາລະນາຮັບຮອງເອົາບັນດານິຕິກຳທີ່ສຳຄັນຂອງທ້ອງຖິ່ນ ລວມທັງການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ໄດ້ເຊັນກັບຕ່າງປະເທດໃນຂັ້ນທ້ອງຖິ່ນ ແລະ ເຜີຍແຜ່ວຽກງານການດ້ານສິດທິມະນຸດຂອງ ສປປ ລາວ ໃນແຂວງ ແລະ ທ້ອງຖິ່ນຂອງຕົນ;

(ພາບ-ຂ່າວ: ມີໄຊ ເສນນ້ອຍສີ).