

ວັນທີ 26 ມິຖຸນາ 2026ນີ້, ຢູ່ທີ່ຫໍປະຊຸມຂອງແຂວງອັດຕະປື, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ບຸນເຖິງ ດວງສະຫວັນເລຂາພັກແຂວງ. ປະທານສະພາປະຊາຊົນແຂວງ. ປະທານຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 17 ພ້ອມດ້ວຍບັນດາທ່ານຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 17. ມີບັນດາທ່ານການນໍາຂອງແຂວງ, ສະມາຊິກສະພາປະຊາຊົນແຂວງ,ທະຫານ, ຕໍາຫຼວດ, ອາດີດການນໍາພັກ-ລັດຂອງແຂວງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.ໂດຍປະຕິບັດຕາມວາລະກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນ ກ່ຽວກັບຜົນສໍາເລັດຂອງກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ 10 ແລະ ສະພາປະຊາຊົນແຂວງອັດຕະປື ຊຸດທີ 5. ການເຜີຍແຜ່ຄັ້ງນີ້ ໄດ້ຍົກໃຫ້ເຫັນເຖິງບັນດາເນື້ອໃນທີ່ສຳຄັນ ເປັນຕົ້ນແມ່ນການຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງ, ການເລືອກຕັ້ງ ແລະ ຮັບຮອງເອົາບຸກຄະລາກອນສຳຄັນຂອງອົງການຈັດຕັ້ງລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ລວມໄປເຖິງການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ.ພ້ອມດຽວກັນນັ້ນ, ໃນກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສັງລວມຄຳສະເໜີ, ຄວາມມຸ່ງມາດປາດຖະໜາ ແລະ ຂໍ້ຂ້ອງໃຈຕ່າງໆ ຂອງປະຊາຊົນບັນດາເຜົ່າ ທີ່ທາງຄະນະສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ເກັບກຳໄດ້ໃນການລົງພົບປະປະຊາຊົນຈາກ 5 ເມືອງຂອງແຂວງອັດຕະປື ເພື່ອໃຫ້ພາກສ່ວນກ່ຽວຂ້ອງໄດ້ຮັບຊາບ ແລະ ນຳໄປຄົ້ນຄວ້າຫາວິທີທາງແກ້ໄຂໃຫ້ຖືກຕ້ອງຕາມລະບຽບກົດໝາຍ.ຫຼັງຈາກນັ້ນ, ບັນດາພະນັກງານ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ມີປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບສູງ ຕໍ່ກັບບັນຫາຂໍ້ສະເໜີຂອງປະຊາຊົນ ກໍຄືທິດທາງການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ເພື່ອແນໃສ່ເຮັດໃຫ້ການບໍລິຫານວຽກງານພາຍໃນແຂວງມີຄວາມສະດວກ ແລະ ມີປະສິດທິພາບຫຼາຍຂຶ້ນ. ໃນຕອນທ້າຍ, ປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມ ແລະ ກ່າວສະຫຼຸບຕີລາຄາສູງຕໍ່ຜົນສໍາເລັດຂອງການເຜີຍແຜ່ໃນຄັ້ງນີ້. ພ້ອມທັງໄດ້ເນັ້ນໜັກໃຫ້ພະນັກງານທຸກພາກສ່ວນ ຈົ່ງນຳເອົາເນື້ອໃນຈິດໃຈຂອງກອງປະຊຸມ ໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຕົວຈິງຂອງຕົນໃຫ້ເກີດດອກອອກຜົນ ແລະປະກົດຜົນເປັນຈິງ. (ວິນັດ)

