(ສພຊ) – ລະຫວ່າງວັນທີ 24-28 ສິງຫາ 2026, ທ່ານ ສາຍທອງ ພົມມະວົງ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ, ປະຈຳການຢູ່ກຳມາທິການເສດຖະກິດ ແລະ ການເງິນ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສຳມະນາຂອງສະຖາບັນເຝິກອົບຮົມຜູ້ນຳແຫ່ງການປ່ຽນແປງລະດັບໂລກສຳລັບສະມາຊິກລັດຖະສະພາ (G-CAP) ປະຈຳປີ 2026 ທີ່ນະຄອນຫຼວງອູລານບາຕໍ, ປະເທດມົງໂກລີ ເຊິ່ງມີບັນດາສະມາຊິກລັດຖະສະພາຈາກທົ່ວໂລກ ຈຳນວນ 25 ປະເທດ ເຂົ້າຮ່ວມ.

ກອງປະຊຸມດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ເຊິ່ງໄດ້ຮັບຟັງການບັນລະຍາຍຈາກບັນດາການນຳ, ຊ່ຽວຊານ ແລະ ອາຈານຜູ້ຊົງຄຸນວຸດທິຂອງມະຫາວິທະຍາໄລຕ່າງໆ. ພ້ອມນັ້ນ, ບັນດາສະມາຊິກລັດຖະສະພາຈາກປະເທດຕ່າງໆ ໄດ້ແລກປ່ຽນຄຳຄິດຄຳເຫັນ, ປະສົບການ ແລະ ການຈັດຕັ້ງປະຕິບັດທີ່ດີ ກ່ຽວກັບການແກ້ໄຂບັນຫາການເສື່ອມໂຊມຂອງດິນ, ການຟື້ນຟູດິນ, ການຄຸ້ມຄອງລະບົບການສະໜອງນໍ້າຊົນລະປະທານ, ການຕໍ່ຕ້ານໄພແຫ້ງແລ້ງ, ຄວາມໝັ້ນຄົງທາງດ້ານອາຫານ, ການອະນຸລັກຊີວະນານາພັນ, ການປ່ຽນແປງສະພາບດິນຟ້າອາກາດ, ການພັດທະນາແບບຍືນຍົງ ທີ່ລົງເລິກບັນດາຫົວຂໍ້ສົນທະນາຕົ້ນຕໍຄື: 1. ຫຼັກການຟື້ນຟູດິນ, ການເສີມສ້າງຄວາມໝັ້ນຄົງແຫ່ງຊາດ ໂດຍຜ່ານການນຳພາດ້ານການຟື້ນຟູດິນ; 2. ການຈັດການການເຊື່ອມໂຍງຂອງດິນ-ນ້ຳ; 3. ການອະນຸລັກຊີວະນານາພັນ; 4. ລະບົບທາດອາຫານ ແລະ ຄວາມອຸດົມສົມບູນຂອງດິນ; 5. ນິຕິບັນຍັດກ່ຽວກັບການຟື້ນຟູດິນ ແລະ ລະບົບນິເວດ; 6. ການສ້າງຄວາມເຂັ້ມແຂງພາວະຜູ້ນໍາການຟື້ນຟູທີ່ດິນ; 7. ການທົບທວນນະໂຍບາຍ ແລະ ວາງແຜນການຈັດຕັ້ງປະຕິບັດຕົວຈິງຮ່ວມກັນ.
ຄະນະຜູ້ແທນຍັງໄດ້ມີໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ນໍາ 17 (COP 17) ຂອງອົງການສະຫະປະຊາຊາດເພື່ອການພັດທະນາ ກ່ຽວກັບການຕໍ່ຕ້ານການຫັນເປັນທະເລຊາຍ ເຊິ່ງຈັດຂຶ້ນໃນໄລຍະດຽວກັນທີ່ນະຄອນຫຼວງອູລານບາຕໍ, ການສໍາມະນາລັດຖະສະພາຂັ້ນສູງ ໃນການຊຸກຍູ້ການຜັນຂະຫຍາຍນະໂຍບາຍໄປສູ່ພາກປະຕິບັດຕົວຈິງ, ກອງປະຊຸມໂຕະມົນລັດຖະສະພາ ວ່າດ້ວຍຂໍ້ຕົກລົງ Rio ເພື່ອກະກຽມກອງປະຊຸມໃຫຍ່ຜູ້ນໍາ ຄັ້ງທີ 31 (COP 31) ຂັ້ນປະທານປະເທດ ທີ່ຈະຈັດຂຶ້ນຢູ່ປະເທດຕວກກີ ໃນປີ 2027, ແລະ ເຄື່ອນໄຫວຢ້ຽມຢາມພາກສະໜາມຢູ່ອຸທິຍານແຫ່ງຊາດ ຮັດໄຊ ແລະ ຢ້ຽມຊົມລັດຖະສະພາຂອງປະເທດມົງໂກລີອີກດ້ວຍ.
ກອງປະຊຸມຄັ້ງນີ້ ເປັນການປະກອບສ່ວນສຳຄັນໃນການແລກປ່ຽນທັດສະນະ, ບົດຮຽນ ແລະ ປະສົບການ ກັບບັນດາຜູ້ແທນລັດຖະສະພາໃນພາກພື້ນ ແລະ ສາກົນ ກ່ຽວກັບການຈັດຕັ້ງປະຕິບັດທີ່ດີທີ່ສຸດ ແລະ ບັນດາສິ່ງທ້າທາຍຕ່າງໆ ແລະ ຍັງເປັນເວທີທີ່ສຳຄັນໃນການຈັດຕັ້ງປະຕິບັດພາລະບົດບາດດ້ານນິຕິບັນຍັດ ແລະ ຊຸກຍູ້ການພັດທະນາຍຸດທະສາດໃໝ່ໆ ເພື່ອແກ້ໄຂບັນຫາທີ່ສຳຄັນເຊັ່ນ: ການຮັບມືກັບໄພແຫ້ງແລ້ງ, ການເສື່ອມໂຊມຂອງດິນ, ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ການພັດທະນາແບບຍືນຍົງ ເຊິ່ງຈະຊ່ວຍເສີມສ້າງການຮ່ວມມືລະຫວ່າງລັດຖະສະພາ ໃນການຂັບເຄື່ອນການພັດທະນາແບບຍືນຍົງ ແລະ ການຟື້ນຟູດິນໃນອະນາຄົດ.

