loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສສຊ ສືບຕໍ່ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ

ມ.ຖ. 16, 2022 | SlideMobile

(ສພຊ) ໃນຕອນເຊົ້າວັນທີ 15 ມິຖຸນາ 2022 ນີ້ ໂດຍການເປັນປະທານກອງປະຊຸມຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ໂອກາດດັ່ງກ່າວ ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ສືບຕໍ່ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຕາມການເຈາະຈີ້ມຂອງປະທານກອງປະຊຸມ ຢ່າງມີເຫດມີຜົນ ແລະ ກົງໄປກົງມາ.