



ໃນວັນທີ 12 ມິຖຸນາ 2026 ນີ້. ທ່ານ ພູວັນ ພົມມະຈັນ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຮອງປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ 17 ແລະ ທ່ານ ສົມໄຊ ແກ້ວມະນີວັນ ເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງໄຊເສດຖາ ພ້ອມຄະນະ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມປະຊາຊົນ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງອັດຕະປື ຊຸດທີ V ຢູ່ບ້ານຊະແຄະ ແລະບ້ານແກ້ງໄຊ ຂອງຕາແສງໂພນສະອາດ ເມືອງໄຊເສດຖາ ໃຫ້ແກ່ປະຊາຊົນບັນດາເຜົ່າໃນທ້ອງຖິ່ນ ເພື່ອຮັບປະກັນໃຫ້ອົງການປົກຄອງບ້ານ ແລະພໍ່ແມ່ປະຊາຊົນໄດ້ຮັບຊາບ ແລະ ເຂົ້າໃຈຢ່າງທົ່ວເຖິງ.ໃນການລົງເຄື່ອນໄຫວຄັ້ງນີ້, ສສຊ ແລະ ສສຂ ໄດ້ຮັບຟັງການລາຍງານກ່ຽວກັບສະພາບການພັດ ທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ລວມເຖິງຂໍ້ສະດວກ ແລະ ຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຢູ່ຮາກຖານ ຈາກອົງການປົກຄອງບ້ານ. ຈາກນັ້ນ, ຄະນະ ສສຊ ແລະ ສສຂ ໄດ້ຍົກໃຫ້ເຫັນເຖິງເນື້ອໃນຈິດໃຈ ແລະ ຜົນສຳເລັດອັນຈົບງາມຂອງກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງອັດຕະປື ຊຸດທີ V ໂດຍເນັ້ນໜັກເຖິງການຕົກລົງບັນຫາສຳຄັນຕ່າງໆຂອງຊາດ ແລະ ທ້ອງຖິ່ນຈາກນັ້ນ, ໄດ້ມີບັນຍາກາດການແລກປ່ຽນຄໍາຄິດຄໍາເຫັນ ແລະ ຄໍາສະເໜີຂອງພໍ່ແມ່ປະຊາຊົນຢ່າງເປີດເຜີຍແລະສ້າງສັນ ໂດຍສະ ເພາະບັນຫາທີ່ພົ້ນເດັ່ນໃນທ້ອງຖິ່ນ ເປັນຕົ້ນແມ່ນ: ການບຸກລຸກໄຮ່ນາຮົ້ວສວນຂອງສັດປ່າ(ຊ້າງປ່າ), ການພັດທະນາພື້ນຖານໂຄງລ່າງ, ການຫາປາແບບຜິດກົດໝາຍ,ປະກົດການຫຍໍ້ທໍ້(ມົວສຸມສິ່ງເສບຕິດ) ແລະ ລວມເຖິງວຽກງານສະຫວັດດີການສັງຄົມ. ຕໍ່ກັບທຸກຄຳສະເໜີດັ່ງກ່າວ, ຄະນະ ສສຊ ແລະ ສສຂ ໄດ້ອະທິ ບາຍ, ຊີ້ແຈງຢ່າງຈະແຈ້ງ, ສົມເຫດສົມຜົນ, ພ້ອມທັງແນະນຳວິທີການແກ້ໄຂໃນເບື້ອງຕົ້ນ ແລະ ຈະນຳເອົາບາງບັນຫາໄປສະເໜີຕໍ່ພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າພິຈາລະນາແກ້ໄຂຢ່າງຖືກຕ້ອງຕາມລະບຽບ.ຮອງປະທານສະພາປະຊາຊົນແຂວງ ຍັງໄດ້ໂອ້ລົມຕໍ່ອົງການປົກຄອງບ້ານ ແລະ ປະຊາຊົນ ໂດຍເນັ້ນໜັກໃຫ້ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ເປັນເຈົ້າການໃນການພັດທະນາເສດຖະກິດຄອບຄົວຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ພ້ອມດຽວກັນນັ້ນ, ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ, ເປັນຫູເປັນຕາຊ່ວຍອຳນາດການປົກຄອງໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນບ້ານ ເພື່ອສ້າງເງື່ອນໄຂອັນດີໃຫ້ແກ່ການພັດທະນາທ້ອງຖິ່ນໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.ໃນໂອກາດການເຄື່ອນຄັ້ງນີ້ ທ່ານເລຂາພັກເມືອງໄຊເສດຖາ ຍັງໄດ້ມອບເຄື່ອງຊ່ວຍເຫຼືອ ເຂົ້າສານ56 ສອບ, ຜ້າຫົ່ມ 33 ຜືນ ໃນນັ້ນໃຫ້ແກ່ອົງການຈັດຕັ້ງບ້ານຊະແຄະ ເຂົ້າສານ 44ສອບ, ຜ້າຫົ່ມ 15ຜືນ, ບ້ານແກ້ງໄຊ ເຂົ້າສານ 12ສອບ, ຜ້າຫົ່ມ 8ຜືນ ເພື່ອຈັດສັນມອບໃຫ້ແກ່ຄອບຄົວອະນາຖາ ແລະ ຄອບຄົວທຸກຍາກ, ພ້ອມດ້ວຍຕົ້ນໄມ້ໃຫ້ໝາກອີກຈຳນວນໜຶ່ງເພື່ອໃຫ້ບ້ານນໍາໄປປູກຕໍ່. (ວິນັດ)

