loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສສຊ ພິຈາລະນາແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ

ມ.ຖ. 13, 2018 | ຂ່າວກອງປະຊຸມ

ແຜນແມ່ບົດຈັດສັນທີ່ດິນ ແຫ່ງຊາດ ຖືກນຳສະເໜີຕໍ່ກອງ ປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 11 ມິຖຸນານີ້ ທີ່ ນະຄອນຫຼວງວຽງຈັນ, ກອງປະຊຸມພາຍໃຕ້ການເປັນປະທານ ຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ. ຂະນະທີ່ ສສຊ ສະເໜີ ໃຫ້ລັດຖະບານ ອອກນິຕິກຳ ເພື່ອຄຸ້ມຄອງທີ່ດິນ ເນື່ອງຈາກວ່າ ໃນໄລຍະຜ່ານມາປະຊາຊົນ ໄດ້ຫັນທີ່ດິນກະສິກຳໄປເປັນ ດິນປຸກສ້າງນັບມື້ຫຼາຍຂຶ້ນ. ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານຕໍ່ກອງ ປະຊຸມ ຊຶ່ງຮ່າງແຜນແມ່ບົດ ຈັດສັນທີ່ດິນແຫ່ງຊາດສະບັບນີ້ ປະກອບມີ 4 ພາກຄື: ພາກ ທີ 1: ສະພາບການຈັດສັນ ແລະ ຄຸ້ມຄອງທີ່ດິນໃນໄລຍະຜ່ານມາ; ພາກທີ 2: ແຜນແມ່ ບົດຈັດສັນທີ່ດິນແຫ່ງຊາດ; ພາກທີ 3: ນະໂຍບາຍ ແລະ ຍຸດທະສາດ ໃນການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນ; ພາກ ທີ 4: ມາດຕະການໃນການ ຈັດຕັ້ງປະຕິບັດ. ຫຼັກການໃນການສ້າງ ແຜນແມ່ບົດຈັດສັນທີ່ດິນແຫ່ງ ຊາດມີ 6 ຫຼັກການຄື: 1. ສອດຄ່ອງກັບນະໂຍບາຍທີ່ດິນແຫ່ງ ຊາດ ທີ່ໄດ້ລະບຸໄວ້ຢູ່ໃນມະຕິ ຂອງຄະນະບໍລິຫານງານສູນ ກາງພັກ ວ່າດ້ວຍການຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ ລົງວັນທີ 3 ສິງຫາ 2017; 2. ເປັນພື້ນຖານໃຫ້ ແກ່ການວາງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ການວາງແຜນນຳໃຊ້ທີ່ ດິນຂອງຂະແໜງການ ແລະ ທ້ອງຖິ່ນ; 3. ຮັບປະກັນຄວາມກົມກຽວລະຫວ່າງແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໂດຍຖືເອົາແຜນການຫັນປ່ຽນປະເພດທີ່ດິນ ເປັນສ່ວນໜຶ່ງຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ; 4. ການ ຈັດສັນ ແລະ ວາງແຜນນຳໃຊ້ທີ່ດິນຂອງ ຂະແໜງການ ແລະ ທ້ອງຖິ່ນ ຕ້ອງປະຕິບັດຕາມຫຼັກການ ລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍອີງໃສ່ຈຸດພິເສດ, ເງື່ອນໄຂ, ທ່າແຮງທາງດ້ານພູມສັນຖານ ແລະ ຊັບພະຍາກອນທຳມະຊາດ; 5. ຮັບປະກັນການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນຕາມທິດ 3 ສ້າງໃຫ້ຈະແຈ້ງ; 6. ຮັບປະກັນການປະສານສົມທົບລະຫວ່າງຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ໃນການດຳເນີນການຈັດຕັ້ງປະຕິບັດບົນພື້ນຖານຫຼັກການແບບ ມີສ່ວນຮ່ວມຈາກທຸກພາກສ່ວນ. ຈາກນັ້ນ, ສສຊ ໄດ້ຜັດ ປ່ຽນກັນປະກອບຄຳຄິດຄຳ ເຫັນໃສ່ຮ່າງແຜນແມ່ບົດຈັດສັນທີ່ດິນແຫ່ງຊາດເພື່ອໃຫ້ ແຜນດັ່ງກ່າວ ມີຄວາມຊັດເຈນ ຖືກຕ້ອງ, ເໝາະສົມກັບສະພາບຄວາມເປັນຈິງ ກໍຄືຊີວິດການເປັນຢູ່ຂອງປະຊາຊົນທົ່ວ ປະເທດໃນສະເພາະໜ້າ ແລະ ຍາວນານ.