loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສພຊ ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

​ກ.ກ. 14, 2020 | ຂ່າວກອງປະຊຸມ

(ສ​ພ​ຊ) ​ສະພາແຫ່ງຊາດ (ສ​ພ​ຊ) ໄດ້ຈັດພິທີເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໃຫ້ກັບສະມາຊິກພັກ-ພະນັກງານ ພາຍໃນ ສ​ພ​ຊ ໃນຕອນ​ເຊົ້າ​ວັນທີ 3 ກໍລະກົດຜ່ານມາ ທີ່ຫ້ອງປະຊຸມຄະນະເລຂາທິການ ສ​ພ​ຊ (ຫລັກ 6) ນະຄອນຫລວງວຽງຈັນ ໂດຍ​ການ​ເປັນ​ປ​ະ​ທານຂອງສ​ະ​ຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ພັກ, ຮອງ​ປະ​ທານ​ ສ​ພ​ຊ; ມີ​​ຄ​ະ​ນະ​ພັກ, ຄະ​ນະກົມ, ຄະ​ນະສູນ, ຄ​ະ​ນະ​ພະ​ແນກ ຕະ​ຫລອດ​ຮອ​ດສະມາຊິກພັກສົມ​ບູ​ນ-ສຳ​ຮອງ​ຂອງ​ ສພຊ ​ເຂົ້າ​ຮ​່ວ​ມ​ຢ່າ​ງ​ພ້ອ​ມ​ພຽງ.

ໃນ​ກອງ​ປະ​ຊຸມ, ສ​ະ​ຫາຍ ເອກ​ສະ​ຫວ່າງ ວົງ​ວິ​ຈິ​ດ ​ກຳ​ມະ​ກ​ານ​ສູນ​ກາ​ງ​ພັກ, ຄະ​ນະ​ປະ​ຈຳ​ພັກ, ປະ​ທານກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ ສ​ພ​ຊ ໄດ້​ຂຶ້ນເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X; ​ຈາກນັ້ນ, ສ​ະ​ຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ​ໄດ້​ເຜີຍ​ແຜ່​ມະ​ຕິ​ ເລກ​ທີ 112/ກມ​ສ​ພ, ລົງ​ວັນ​ທີ 2 ມິ​ຖຸ​ນາ 2020 ວ່າ​ດ້ວຍ​ການ​ຍົກ​ສູງ​ຄຸນ​ນະ​ພາບ ດຳ​ເນີນ​ຄ​ະ​ດີ​ຕາມ​ຂະ​ບວນ​ການ​ຍຸ​ຕິ​ທຳ ແລະ ມ​ະ​ຕິ​ ເລກ​ທີ 108/ກມ​ສ​ພ, ລົງ​ວັນ​ທີ 30 ເມ​ສາ 2020 ວ່າ​ດ້ວຍ​ວຽກ​ງານ​ແນວ​ໂຮມ ແລະ ວຽກ​ງານ​ມະ​ຫາ​ຊົ​ນ ຂອ​ງ​ພັກ​ໄລ​ຍະ​ໃໝ່; ພ້ອມນັ້ນ, ​ສະ​ຫາຍ ສຸ​ບັນ ສະ​ວະ​ບຸດ ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານງານພັກ, ເລຂາຄະນະພັກຮາກຖານຄະນະເລຂາທິການສະພາແຫ່ງຊາດ, ຮອງ​ເລ​ຂາ​ທິ​ການ ສ​ພ​ຊ ຍັງ​ໄດ້ລາຍງານ​ແຈ້ງ​ການ​ກ່ຽວ​ກັບ​ມາດ​ຕະ​ການ​ຜ່ອນ​ຜັນ, ມາດ​ຕະ​ການ​ໃນ​ການ​ປ້ອງ​ກັນ, ຄວບ​ຄຸມ, ສະ​ກັດ​ກັ້ນ ແລະ ແກ້​ໄຂ​ການ​ລະ​ບາດ​ຂອ​ງ​ພະ​ຍ​າດ​ໂຄວິ​ດ-19 ຈຳ​ນວນ​ໜຶ່ງ.

ທັງ​ນີ້, ກໍ​ເພື່ອເຮັດ​ໃຫ້​ສະ​ມາ​ຊິ​ກ​ພັກ, ພະ​ນັກ​ງານ-ລັດ​ຖະ​ກອນຂອງ​ ສ​ພ​ຊ​ ໄດ້​ຮັບ​ຮູ້ ແລະ ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ​-ສັງ​ຄົມ​ຂອງ​ປະ​ເທດ​​ທີ່​ຜ່ານ​ມາ ແລະ ຜົນ​ສະ​ທ້ອນ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ, ກຳ​ແໜ້ນ, ເຊື່ອມ​ຊຶມ ແລະ ເປັນ​ເອ​ກະ​ພາບ​ຢ່າງ​ສູງ​ກັບ​ທັດ​ສະ​ນະ​ທິດ​ທາງ, ວິ​ທີ​ການ ແ​ລະ ມາດ​ຕະ​ການ​ທີ່​ສູນ​ກາງ​ພັກ​ວາງ​ອອກ, ສ້າງ​ຄວາມ​ຕັດ​ສິນ​ໃຈ​ເດັດ​ດ່ຽວ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້​ານ​ເສ​ດ​ຖະ​ກິ​ດ-ການ​ເງິນ​ໃນ​ຕໍ່​ໜ້າ; ເພື່ອ​ເປັນ​ການ​ຄົ້ນ​ຄວ້າ​ບັນ​ດາ​ມາ​ດ​ຕ​ະ​ການ​ແທ​ດ​ຕົວ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ສູງ​ໃນ​ການ​ແກ້​ໄຂ​ສະ​ພາບ​ດັ່ງ​ກ່າວ, ສ້າງ​ຂະ​ບວນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ແຂງ​ແຮງ, ທົ່ວ​ເຖິງ ກໍ່​ໃຫ້​ເກີດ​ມີ​ການ​ຫັນ​ປ່ຽນ​ຕົ​ວ​ຈິ​ງ​ທີ່​ມີ​ລັກ​ສະ​ນະ​ບຸກ​ທ​ະ​ລຸໃນ​ຂົງ​ເຂ​ດ​ວຽກ​ງານ ເພື່ອ​ຍູ້​ແຮງ​ການ​ພັດ​ທະ​ນາ​ໃນ​ດ້ານ​ຕ່າງໆ ໃຫ້​ບັນ​ລຸ​ຄາດ​ໝາຍ​ທີ່ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ X ຂອ​ງ​ພັກ​ວາງ​ອອກ; ເພື່ອ​ເປັນ​ການ​ແກ້​ໄຂ​ບັນ​ຫາ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິ​ດ ທີ່​ຕິດ​ພັນ​ກັບ​ການ​ປັບ​ປຸງ​ຮາກ​ຖານ​ພັກ ໃຫ້​ປອ​ດ​ໃສ, ເຂັ້ມ​ແຂງ, ໜັກ​ແໜ້ນ ແລະ ກະ​ກຽ​ມ​ເງື່ອນ​ໄຂ​ດ້ານ​ຕ່າງໆ ເພື່ອດຳ​ເນີນກອງ​ປະ​ຊຸມ​ໃຫຍ່ 3 ຂັ້ນ​ຂອ​ງ​ພັກ ທັງ​ເປັນ​ການ​ປັບ​ປຸງ​ກົດ​ລະ​ບ​ຽບ​ຂອ​ງ​ພັກ ສະ​ໄໝ​ທີ X ໃຫ້​ມ​ີ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທາງ​ດ້ານ​ທັ​ດ​ສະ​ນະ ​ນັບ​ຕັ້ງ​ແຕ່ມື້ກໍ່​ຕັ້ງ​ເປັນ​ຕົ້ນ​ມາ ໄດ້​ແບກ​ຫາບ​ພາ​ລະ​ກິດອ​ັນ​ໜັກ​ໜ່ວງ, ໃຫຍ່​ຫລວງ, ຮອບ​ດ້ານ ແລະ ສາ​ມາດ​ສ້າງ​ພາ​ລະ​ກຳ​ປະ​ຫວັດ​ສາ​ດ​ອັນ​ສະ​ຫງ່າ​ອົງ​ອາດ ແລະ ສົມ​ກຽດ.

ແຫຼ່ງຂ່າວທີ່ມາ: ສະພາແຫ່ງຊາດ