loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສພຊ ຕີລາຄາການຈັດຕັ້ງປະຕິບັດ ແລະ ປະກອບຄຳຄິດຄຳເຫັນ ໃສ່ກົດລະບຽບພັກ ສະໄໝທີ X

ກ.ພ. 14, 2020 | ຂ່າວກອງປະຊຸມ

(ສ​ພ​ຊ) ກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ X ຢູ່ພາຍໃນອົງຄະນະພັກສ​ະ​ພາ​ແຫ່ງ​ຊາດ (ສ​ພ​ຊ) ແລະ ການປະກອບຄຳຄິດຄຳເຫັນໃສ່ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ X ໄດ້ຈັ​ດໃນວັນທີ 10 ກຸມພາ 2020 ທີ່ ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ (ຫລັກ 6) ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການສູນກາງພັກ, ຮອງ​ເລ​ຂ​າຄະນະບໍລິຫານງານພັກ ສ​ພ​ຊ, ຮອງປະທານ ສ​ພ​ຊ; ເຂົ້າຮ່ວມມີຜູ້​ຕາງ​ໜ້າ​ຈາກຄ​ະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ບັນດາຄະນະພັກຮາກຖານ, ​ຄະ​ນະ​ກົມ, ຄະ​ນະ​ສ​ູນ, ຄະ​ນະ​ພະ​ແນກ, ສະ​ມາ​ຊິກ​ພັກ​ສົມ​ບູນ-ສຳ​ຮອງ ​ພາຍ​ໃນ​ ສພຊ ​​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ.

​ໃນກອງ​ປະ​ຊຸມ, ສະ​ຫາຍ ວຽງ​ແກ້ວ ວັນ​ນະ​ຈັກ ຄະ​ນະ​ຊ່ວຍ​ວຽກ​ຄະ​ນະ​ບໍ​ລິ​ຫານ​ງາ​ນພັ​ກ ສພຊ, ​ຫົ​ວ​ໜ້າ​ກົມຈັດ​ຕັ້​ງ-ພະ​ນັກ​ງານ ຄະ​ນະ​ເລ​ຂ​າ​ທິ​ການສ​ະ​​ພາແຫ່ງ​ຊາດ ໄດ້​ຜ່ານ​ຮ່າງ​ບົດ​ສະ​ຫລຸບ​ຕີລາຄາການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ X ຢູ່ພາຍໃນອົງຄະນະພັກ ສ​ພ​ຊ ແລະ ສ​ະ​ຫາຍ ສິນ​ທ​ະ​ລາ ຫລ້າ​ສຸກ​ສະ​ໄໝ ຮອງ​ຫົວ​ໜ້າ​ກົມ​ຄະ​ນະ​ຊ່ວຍ​ວຽກຄະ​ນະ​ບໍ​ລິ​ຫານ​ງາ​ນພັ​ກ, ຫົວ​ໜ້າ​ກົມ​ກວດກ​າ ຄະ​ນະ​ເລ​ຂ​າ​ທິ​ການ​ສະ​ພາ​ແຫ່ງ​ຊາດ ໄດ້​​ຜ່ານ​ຮ່າງ​ບົດ​ປະ​ກອບ​ຄຳ​ເຫັນ​ປັບ​ປຸງ​ກົ​ດ​ລະ​ບຽບ​ພັກ ສະ​ໄໝ​ທີ X; ຈາກນັ້ນ, ປະ​ທານກອງ​ປະ​ຊຸມ​ໄດ້​ມີ​ຄຳ​ເຫັນ​ເຈາະຈິ້ມ ແລະ ສະເໜີ​ຜູ້​ເຂົ້າ​ຮ່ວມກອງປະຊຸມ ​​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​​ທັງ​ສອງຮ່າງ​ເອ​ກະ​ສານ​ດັ່ງ​ກ່າ​ວ ຈາກນັ້ນ, ​ບັນ​ດາ​ສະ​ຫາຍ​ທີ່​ເຂົ້າ​ຮ່ວມ​ກອງປະຊຸມ ກໍໄດ້​ປະກອບ​ຄຳ​ເຫັນໃສ່ສອງຮ່າງບົດລາຍງານດັ່ງກ່າວ ຢ່າງມີເຫດມີຜົນ ເພື່ອໃຫ້ມີເນື້ອໃນທີ່​ສອ​ດ​ຄ່ອງ​​ກັບ​ການ​ປະ​ຕິ​ບັດ​ຕົວ​ຈິງ ​ແລະ ມີ​ຄໍາສະ​ເໜີ​ໃຫ້​ປ່ຽນ​ຄຳ​ສັບ, ຕັດ​ອອກ ຫລື ຕື່ມ​ເຂົ້າບາງເນື້ອ​ໃນ​ຂອງ​ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ X.

ໂອ​ກາດ​ດຽວ​ກັນ​, ສະ​ຫາຍ ນາງ ສີໃສ ລືເດດມູນສອນ ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​​ໝາກ​ຜົນ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ລະ​ບຽບພັກ​ຂອງ​ບັນ​ດາ​ໜ່ວຍພັກ​ຮາກ​ຖານ ເຊິ່​ງ​ເຫັນ​ວ່າ​ໄດ້​​ເອົາ​ໃຈ​ໃສ່​ຍົກ​ສູງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ດ້ວຍ​ຄວາມ​ຮັບ​ຜິ​ດ​ຊອບ, ເປັນ​ເຈົ້າ​ການ​ໃນ​ການຈັດ​ຕັ້ງ​ປະ​ຕິ​ບັດໃຫ້​ຖືກ​ຕ້ອງ​ຕາມ​​ກົດລະ​ບຽບ ແລະ ​ແທດ​ເໝາະ​ກັບ​ສະ​ພາບ​ຈຸ​ດ​ພິ​ເສດ​ຂອງ​ ສ​ພ​ຊ ​ທີ່​ມີ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​​ ສ​ພ​ຊ, ​ບັນ​ດາ​ໜ່ວຍ​ພັກຮາກ​ຖານທີ່​ຂຶ້ນ​ກັບຄະ​ນະບໍລິຫານງານ​ພັກ ແລະ ບັນ​ດາໜ່ວ​ຍ​ພັກ​ທີ່​ຂຶ້ນ​ກັບ​ໜ່ວຍພັກ​ຮາກ​ຖານ ເຮັດ​ໃຫ້​ມີ​ຜົນ​ສຳ​ເລັດ; ພ້ອມນັ້ນ, ສະ​ຫາຍ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ຄະ​ນະ​ພັກ​ຮາກ​ຖານເອົາ​ໃຈ​ໃສ່​ຍົກ​ສູງ​ທາງ​ດ້ານ​ການ​ເມືອງ-ແນວ​ຄິ​ດ, ເພີ່ມ​ທ​ະ​ວີ​ບົດ​ບາດ​ຄວາມ​ເປັນ​ແບບ​ຢ່າງ, ເອົາ​ໃຈ​ໃສ່​ຕິ​ດ​ຕາມ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຊິ​ກ​ພັກ, ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ, ຮາກ​ຖານ​ໃຫ້​ເປັນ​ປົກ​ກະ​ຕິ, ສະ​ມາ​ຊິກ​ພັກ​ທຸກ​ສະ​ຫາຍ​ຕ້ອງ​ເປັນ​ແບບ​ຢ່າງ​ນຳ​ໜ້າ, ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ ແລະ ມີ​ຜົນ​ສຳ​ເລັດ​ທີ່​ດີ​ເດັ່ນ