loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສພຊ ຈັດກອງປະຊຸມ ປະພາກພື້ນ ອາຊີ-ປາຊີຟິກ ຄັ້ງທີ 9

ທ.ວ. 24, 2019 | ຂ່າວກອງປະຊຸມ

(ສພຊ) ລະຫວ່າງວັນທີ 12-14 ທັນວາ 2019 ສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມປະຈໍາພາກພື້ນອາຊີ-ປາຊີຟິກ ຄັ້ງທີ 9 ຂອງສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັ່ງ (APF) ທີ່ໂຮງແຮມຫລວງພະບາງວິວ ນະຄອນຫລວງພະບາງ ໂດຍການເປັນປະທານຂອງທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ; ມີທ່ານ ເອກສະຫວ່າງ ວົງວິຈິດ ປະທານກໍາມາທິການການຕ່າງປະເທດ, ປະທານຄະນະສະມັດຊາລັດຖະສະພາຝຣັ່ງໂກໂຟນີ, ທ່ານ ສາຍສະໝອນ ຄົມທະວົງ ປະທານສະພາປະຊາຊົນແຂວງຫລວງພະບາງ; ມີບັນດາຄະນະຜູ້ແທນຈາກບັນດາປະເທດຄື: ກໍາປູເຈຍ, ຫວຽດນາມ, ນູແວນ ກາເລໂດນີ, ໂປເລເນຊີ, ເລຂາທິການຝ່າຍບໍລິຫານ ຂອງ APF, ຕາງໜ້າຈາກປະເທດແບນຊິກ, ຫົວໜ້າສະຖາບັນລັດຖະສະພາກໍາປູເຈຍ ແລະ ປະເທດສັງເກດການ ວາລິດ ເອ ຟໍຕູນາ ພ້ອມດ້ວຍແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ແສງນວນ ໄຊຍະລາດ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ບາງຕອນສໍາຄັນວ່າ: ກອງປະຊຸມພາກພື້ນອາຊີ-ປາຊີຟິກຄັ້ງທີ 9 ຂອງສະມັດຊາລັດຖະສະພາຝຣັ່ງໂກໂຟນີ ໃນຄັ້ງນີ້ ຈັດຂຶ້ນໃນທ່າມກາງ​ທີ່ສະພາບການຂອງພາກພື້ນ ແລະ ຂອງໂລກ ພວມສືບ​ຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກເປັນຕົ້ນ ບັນຫາການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດໃນຮູບແບບຕ່າງໆ, ສົງຄາມກາງເມືອງ, ການອົບພະຍົບ, ຄວາມຂັດແຍ່ງທາງດ້ານການຄ້າ, ໄພພິບັດທາງທໍາມະຊາດທີ່ນັບມື້ນັບຮ້າຍແຮງຍິ່ງຂຶ້ນ, ບັນຫາສະພາບແວດລ້ອມເສື່ອມໂຊມ, ຄວາມທຸກຍາກ, ຄວາມແຕກໂຕນດ້ານການພັດທະນາ ແລະ ອື່ນໆ ຍັງສືບຕໍ່ເປັນອຸປະສັກຕໍ່ການພັດທະນາຂອງບັນດາປະເທດໃນໂລກ ທັງໝົດນີ້ໄດ້ສົ່ງຜົນກະທົບໂດຍ​ກົງຕໍ່ການພັດທະນາເສດຖະກິດ-ສັງຄົມ ທັງ​ໃນປະເທດທີ່ພັດທະນາ ແລະ ກຳລັງພັດທະນາ, ລວມທັງບັນດາປະເທດທີ່ໃຊ້ພາສາຝລັ່ງ ໃນຂະນະດຽວກັນ, ພາກພື້ນອາຊີ-ປາຊີຟິກ ເປັນພາກພື້ນໜຶ່ງ ທີ່ມີການພັດທະນາໃນຫລາຍດ້ານຢ່າງວ່ອງໄວກາຍເປັນສູນກາງແຫ່ງການຮ່ວມມືສາກົນ ໂດຍສະເພາະການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ​ແນວໃດກໍຕາມ ຕໍ່ໜ້າສະພາບການທີ່ມີຄວາມຈະເລີນເຕີບໂຕທາງດ້ານເສດຖະກິດໃນພາກພື້ນ, ບັນດາປະເທດສະມາຊິກລັດຖະສະພາຝຣັ່ງໂກໂຟນີ ຍັງສືບຕໍ່ປະເຊີນໜ້າກັບຫລາຍບັນຫາ ເຊິ່ງມີທັງກາລະໂອກາດ ແລະ ສິ່ງທ້າທາຍຄຽງຄູ່ກັນໄປ ໃນຕອນທ້າຍທ່ານຮອງປະທານ ສພຊ ໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະສະພາຝຣັ່ງໂກໂຟນີຂອງພາກພື້ນອາຊີ-ປາຊີຟິກ ຈົ່ງຮ່ວມກັນຄົ້ນຄວ້າປຶກສາຫາລືຊອກຫາວິທີທາງເພື່ອຮັບມື ແລະ ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນ, ພ້ອມທັງສົ່ງເສີມຂີດຄວາມສາມາດໃນການແຂ່ງຂັນຂອງປະເທດພວກເຮົາໃນທຸກຂົງເຂດວຽກງານ ເພື່ອຮັບປະກັນການພັດທະນາແບບຍືນຍົງ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນບັນດາປະເທດທີ່ໃຊ້ພາສາຝຣັ່ງໃຫ້ມີຄວາມສົມບູນພູນສຸກຂຶ້ນໄປເລື້ອຍໆ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການຮັບຟັງບົດລາຍງານການເຄື່ອນໄຫວວຽກງານໃນໜຶ່ງປີຜ່ານມາຂອງສະມັດຊາລັດຖະສະພາຝຣັ່ງໂກໂຟນີ ໃນພາກພື້ນອາຊີ-ປາຊີຟິກ ພ້ອມທັງຄົ້ນຄວ້າປຶກສາຫາລືບັນຫາ ແລະ ສິ່ງທ້າທາຍ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍສະເພາະໃນຫົວຂໍ້ທີ່ຕິດພັນກັບການສົ່ງເສີມການພັດທະນາການສຶກສາແບບຍືນຍົງໃນຂອບການຮ່ວມມືກັບລັດຖະສະພາຝຣັ່ງໂກໂຟນີ ແລະ ບົດບາດຂອງສະມາຊິກລັດຖະສະພາໃນການສົ່ງເສີມຄວາມພະຍາຍາມຂອງອາເປແອັບ ຕໍ່ວຽກງານດີຈີຕອນ ແລະ ເພີ່ມທະວີການຮ່ວມມືກັບອົງການຕ່າງໆຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ.

ຜູ້ແທນກອງປະຊຸມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ແສງນວນ ໄຊຍະລາດ, ຮັບຟັງການກ່າວຕ້ອນຮັບຈາກທ່ານເອກສະຫວ່າງ ວົງວິຈິດ, ຮັບຟັງການອ່ານສານຂອງທ່ານເລຂາທິການຝ່າຍບໍລິຫານຂອງສະມັດຊາລັດຖະສະພາຝຣັ່ງໂກໂຟນີ, ບົດລາຍງານການເຄື່ອນໄຫວວຽກງານຂອງປະເທດສະມາຊິກປະຈໍາພາກພື້ນອາຊີ-ປາຊີຟິກຂອງລັດຖະສະພາທີ່ໃຊ້ພາສາຝຣັ່ງ.   ພ້ອມນີ້, ຍັງມີກອງປະຊຸມໂຕະມົນພາຍໃຕ້ຫົວຂໍ້ສົ່ງເສີມການພັດທະນາດ້ານການສຶກສາແບບຍືນຍົງໃນຂອບການຮ່ວມມືກັບລັດຖະສະພາບັນດາປະເທດທີ່ໃຊ້ພາສາຝຣັ່ງໃຫ້ເປັນຮູບປະທໍາ ແລະ ຫົວຂໍ້ຍຸດທະສາດຂອງຝຣັ່ງໂກໂຟນີທາງດີຈີຕອນ ພາລະບົດບາດຂອງສະມາຊິກລັດຖະສະພາ ໃນການສົ່ງເສີມຄວາມພະຍາຍາມຂອງ APF ຕໍ່ວຽກງານດີຈີຕອນ ແລະ ເພີ່ມທະວີຄວາມຮ່ວມມືກັບອົງການຕ່າງໆ ຂອງປະເທດສະມາຊິກຝຣັ່ງໂກໂຟນີ.