loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

 ສພຂ ແຂວງວຽງຈັນ ເປີດກອງປະຊຸມ ທາມທາບຄໍາຄິດ-ຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍທະນາຍຄວາມ(ສະປັບປັບປຸງ)

​ກ.ກ. 8, 2022 | ເຂດ 10 ວຽງຈັນ

ໃນຕອນເຊົ້າວັນທີ 6 ກໍລະກົດ 2022 ເວລາ 8:00ໂມງ ສະພາປະຊາຊົນແຂວງວຽງຈັນ ໄດ້ຈັດກອງປະຊຸມທາມທາບຄໍາຄິດ-ຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍທະນາຍຄວາມ (ສະປັບປັບປຸງ) ຂື້ນ ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທອງສູນ ຊາມູນຕີຣ ຮອງປະທານຄະນະກໍາມະການຍຸຕິທໍາ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຂົ້າຮ່ວມມີບັນດາທ່ານ ສສ ຂ 4 ເມືອງທົ່ງພຽງ ທີ່ສັງກັດຢູ່ໃນຄະນະກໍາມະການຍຸຕິທໍາ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮອງເລຂາທິການ, ຫົວໜ້າ – ຮອງຫົວໜ້າຂະແໜງ ຕະຫຼອດຮອດວິຊາການທີ່ກ່ຽວຂ້ອງພາຍ ໃນສະ ພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງ ເພື່ອເຮັດໃຫ້ເນື້ອໃນຂອງກົດໝາຍວ່າດ້ວຍທະນາຍຄວາມ (ສະບັບປັບປຸງ) ມີຄວາມລະອຽດຄົບຖ້ວນ ແລະ ສົມບູນກວ່າເກົ່າ ສາມາດພິຈາລະນາຮັບຮອງໃນກອງປະຊຸມຂອງສະພາແຫ່ງ ຊາດ, ກອງປະຊຸມຍັງໄດ້ມີຄໍາເຫັນເຈາະຈີ້ມບາງບັນຫາ ພ້ອມທັງມີການຄົ້ນຄວ້າແລກ ປ່ຽນ ຄໍາຄິດ-ຄໍາເຫັນ ຢ່າງກົງໄປກົງມາ ແລະ ມີຈຸດສຸມ ໃສ່ບາງມາດຕາທີ່ເຫັນວ່າຍັງບໍ່ສອດຄ່ອງ ເໝາະສົມກັບສະ ພາບຕົວຈິງເພື່ອຈະໄດ້ນໍາໄປປັບປຸງໃສ່ບັນດາເນື້ອໃນໃຫ້ຄົບຖ້ວນ, ຮັດກຸມ ແລະ ມີຄວາມສົມບູນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີຄວາມຖືກ ຕ້ອງສອດຄ່ອງຕາມທີ່ກົດໝາຍກໍານົດໃວ້