loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສພຂ ແຂວງວຽງຈັນ ຮ່ວມກັບ ສພຊ ລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ ລະບາດພະຍາດໂຄວິດ -19ຢູ່ທ້ອງຖິ່ນ.

ພ.ພ. 25, 2022 | ເຂດ 10 ວຽງຈັນ

 

ໃນລະຫວ່າງວັນທີ 19-20 ພຶດສະພາ 2022 ຜ່ານມານີ້ ທ່ານ ນາງ ທຸມມາລີ ວົງພະຈັນ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມະການວັດທະນະທໍາ-ສັງຄົມ ພ້ອມດ້ວຍຄະນະໄດ້ລົງເຄື່ອນ ໄຫວຕິດຕາມກວດກາ  ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດທີ່ຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດພະຍາດໂຄວິດ-19 ຢູ່ເມືອງ ວັງວຽງ, ເມືອງໂພນໂຮງ, ເມືອງແກ້ວອຸດົມ ແລະ ເມືອງ ທຸລະຄົມ ແຂວງວຽງຈັນ ໃຫ້ກຽດຕ້ອນຮັບ ແລະ ຮ່ວມລົງເຄື່ອນໄຫວຄັ້ງນີ້ ໂດຍແມ່ນ ທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ ແລະ ທ່ານ ດຣ ອິນປອນ ມະນີແສງ ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດ ທັງເປັນປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ພ້ອມດ້ວຍຄະນະ

 

ການລົງເຄື່ອນໄຫວຄັ້ງນີ້ ໄດ້ເຄື່ອນໄຫວຢູ່ 4 ເມືອງ ແລະ ໄດ້ຮັບຟັງການລາຍງານຫຍໍ້ ຈາກອໍານາດການປົກຄອງເມືອງວັງວຽງ ແລະ ຜູ້ປະກອບການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດແຜນການເປີດເຂດທ່ອງທ່ຽວສີຂຽວໄລຍະຜ່ານມາ, ພ້ອມກັນນັ້ນທາງຄະນະທິມງານໄດ້ລົງກວດກາຕົວຈິງ ກ່ຽວກັບມາດຕະຖານ, ການບໍລິການຕາມສະຖານທີ່ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວຈໍານວນໜື່ງ ນອກນັ້ນ ຍັງໄດ້ເຄື່ອນໄຫວຢ້ຽມຢາມສະຖານທີ່ຜະລິດຕະພັນຫັດຖະກໍາຈັກສານ ຢູ່ບ້ານນາງຍາງ ເມືອງໂພນໂຮງ, ແລະ ຮັບຟັງການລາຍງານຫຍໍ້ກ່ຽວກັບການປັບປຸງແຫຼງທ່ອງທ່ຽວຢູ່ອ່າງນໍ້າງື່ມ ເມືອງ ແກ້ວອຸດົມ ແລະ ສືບຕໍ່ເຄື່ອນໄຫວໄປເມືອງທຸລະຄົມເພື່ອທ່ຽວຊົມຜະລິດຕະພັນກະສິກໍາສະອາດທີ່ຕິດພັນກັບການທ່ອງທ່ຽວ ໃນການຕ້ອນຮັບນັກທ່ອງທ່ຽວ ກໍ່ຄືແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ ສໍາລັບປີ 2021-2025