loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສພຂ ອັດຕະປື ໄດ້ຮັບຄອມພິວເຕີໂນດບຸກ

ມ.ສ. 25, 2024 | ເຂດ 17 ອັດ​ຕະ​ປື

 

ໃນວັນທີ 23 ເມສາ 2024 ນີ້. ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ມີພິທີ ມອບ-ຮັບ ຄອມພິວເຕີ (ໂນດບຸກ) ຈໍານວນ 2 ໜ່ວຍ ມູນຄ່າ 20 ລ້ານກີບ ໃຫ້ແກ່ສະພາປະຊາຊົນແຂວງ ເພື່ອນໍາໃຊ້ເຂົ້າໃນວຽກງານວີຊາສະເພາະທີ່ກ່ຽວຂ້ອງ. ກ່າວມອບໂດຍທ່ານ ສຈ. ປອ. ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ປະທານກໍາມາທິການກົດໝາຍ ແລະ ກ່າວຮັບໂດຍ ທ່ານ ສຸກສໍາລານ ໄຊຍະແສງ ຮອງປະທານສະພາປະຊາຊົນແຂວງ ປະທານຄະນະກໍາມະການເສດຖະກິດແຜນການ ແລະ ການເງີນ. ເຂົ້າຮ່ວມເປັນສັກຂິພິຍານມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນແຂວງ, ຮອງກໍາມາທິການກົດໝາຍ ແລະ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ 17.

(ວິນັດ ສີສຸລາດ)