loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສພຂ ອັດຕະປື ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 3.​

ສ.ຫ. 21, 2022 | ເຂດ 17 ອັດ​ຕະ​ປື


ກອງປະຊຸມສະໄມສາມັນເທື່ອທີ 3 ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ​ II ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 3 ວັນແຕ່ວັນທີ 15-17 ສິງຫາ 2022 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍພາຍໃຕ້ການເປັນປະທານຂອງທ່ານ​ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນ ແຂວງອັດຕະປື,ມີທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື,ມີບັນດາທ່ານສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 17 ແລະ ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍບັນດາການນໍາຂັ້ນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ​ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງອັດຕະປື ໄດ້ກ່າວປິດກອງປະຊຸມວ່າ ຕະຫຼອດໄລຍະຂອງການດໍາເນີນກອງປະຊຸມ ທັງ 3 ວັນ ແມ່ນເຕັມໄປດ້ວນການປະກອບຄໍາຄິດຄໍາເຫັນທີ່ມີຫຼັກສະນະສ້າງສັນ ແລະ ຄວາມເປັນເອກະພາບສູງ ຂອງບັນດາທ່ານສະມາຊິກສະພາປະຊາຊົນ ແຂວງອັດຕະປື ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ພ້ອມກັບການປະກອບສ່ວນສໍາຄັນຂອງອົງການປົກຄອງແຂວງ ບັນດາພະແນກການທີ່ກ່ຽວຂ້ອງທີ່ໄດ້ເປັນເຈົ້າການສະເໜີ ຊີ້ແຈງອະທິບາຍຕ່າງໆຕໍ່ກອງປະຊຸມ ໄດ້ປະກອບສ່ວນເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາບັນຫາເນື້ອໃນສໍາຄັນຂອງແຂວງ ເປັນຕົ້ນກອງປະຊຸມໄດ້ຮັບຟັງການລາຍງານ ຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບຜົນການເລືອກແທນສະມາຊິກສະ ພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປືທີ່ວ່າງລົງ; ການເລືອກຕັ້ງແທນສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງພູວົງ ທີ່ພັກປີ່ນປົວຍາວນານ ແລະ ການສັບຊ້ອນສະມາຊິກສະພາປະຊາຊົນແຂວງ ເຂົ້າໃສ່ໜ່ວຍສະມາຊິກສະພາປະຊາຊົນແຂວງ. ນອກນັ້ນ, ຍັງໄດ້ຍົກຍ້າຍສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງພູວົງ ບາງທ່ານມາປະຈໍາຢູ່ໜ່ວຍສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງສາມັກຄີໄຊ,​ ໄດ້ພິຈາລະນາ ແລະ ຮັບຮອງເອົາການແຕ່ງຕັ້ງທ່ານ ແສງປະດິດ, ສຸດນາມສຸລິນ, ເປັນຮອງປະທານ ຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ຕາມການສະເໜີຂອງຄະນະປະຈໍາສະພາປະຊາຊົນແຂວງ ແລະ ພິຈາລະນາຮັບຮັບຮອງການແຕ່ງຕັ້ງທ່ານ ຈິດປະສົງ ສິງສະຫວັດ, ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຕາມການສະເໜີຂອງທ່ານເຈົ້າແຂວງ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂັ້ນແຂວງ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2022, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການເຄື່ອນ ໄຫວວຽກງານ ໃນໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 2 ຫາກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II. ເຫັນໄດ້ວ່າໃນໄລຍະ 6 ເດືອນຜ່ານມາສະພາປະຊາ ຊົນແຂວງ,

ຜົນສຳເລັດຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງຊຸດທີ II ຄັ້ງນີ້, ແມ່ນໝາກຜົນລວມຍອດ ແຫ່ງການເສີມຂະຫຍາຍສະຕິປັນຍາລວມໝູ່, ການຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ຂອງບັນທ່ານທ່ານສະມາຊິກສະພາປະຊາຊົນແຂວງ, ຄວາມຕັດສິນໃຈຂອງອົງການປົກຄອງແຂວງ, ພະແນກການ, ອົງການທີ່ກ່ຽວຂ້ອງ ທີ່ພ້ອມກັນສືບຕໍ່ພັດທະນາແຂວງອັດຕະປື ໃນທາບກາງສະພາບທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ບັນລຸຄາດໝາຍທີ່ວາງໄວ ແລະ ມີຜົນສໍາເລັດເປັນຢ່າງດີ.
(ພາບຂ່າວ: ສພຂ​ອັດຕະປື)