loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສພຂ ຫົວພັນ ຕ້ອນຮັບ ຮອງປະທານສະພາແຫ່ງຊາດພ້ອມຄະນະມາເຮັດວຽຢູ່ແຂວງຫົວພັນ

ມ.ຖ. 21, 2023 | ເຂດ 8 ຫົວ​ພັນ

           ໃນວັນທີ 27 ກຸມພາ 2023 ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງຫົວພັນໄດ້ຈັດພິທີຕ້ອນຮັບ ທ່ານ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍສະພາແຫ່ງຊາດ ພ້ອມຄະນະລົງຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ແລະ ເຜີຍແຜ່ ກົດໝາຍ ຢູ່ແຂວງຫົວພັນ ໂດຍການຕ້ອນຮັບ ຂອງ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ ປະທານ ສະພາປະຊາຊົນແຂວງ ເຂົ້ົ້າຮ່ວມມີຄະນະປະຈຳສະພາປະຊາຊົນແຂວງ, ບັນດາທ່ານຕາງໜ້າຈາກພະແນກການ, ອົງການຈັດຕັ້ງອ້ອມຂ້າງແຂວງ, ຄະນະເລຂາທິການ ແລະ ຫົວໜ້າ, ຮອງຫົວໜ້າຂະແໜງພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.
ຈຸດປະສົງຂອງການມາເຮັດວຽກຂອງຄະນະໃນຄັ້ງນີ້ ເພື່ອເປັນການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ກ່ຽວຂ້ອງຂອງພະແນກການ ພາຍຫລັງກົດໝາຍ ໄດ້ຮັບຮອງ ແລະ ປະກາດໃຊ້ແລ້ວ ເພື່ອແນໃສ່ສ້າງສະຕິເຄົາລົບ ກົດໝາຍໃຫ້ນັບມື້ສູງຂຶ້ນ, ປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ສັງລວມເປັນຂໍ້ມູນລາຍງານໃຫ້ຄະນະປະຈໍາສະພາແຫ່ງຊາດ
         ໃນພິທີໄດ້ຮັບຟັງການ ລາຍງານການຈັດຕັ້ງປະຕິບັດກົດໝາຍວ່າ ວ່າດ້ວຍປ່າໄມ້; ກົດ ໝາຍວ່າດ້ວຍ ການຈັດສັນພູມລຳເນົາ ແລະ ອາຊີບ; ກົດໝາຍ ວ່າດ້ວຍແຮ່ທາດ ແລະ ກົດໝາຍວ່າດ້ວຍການລົງທຶນ ຂອງລັດ ແລະ ການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຈາກຫົວໜ້າພະແນກການທີ່ກ່ຽວຂ້ອງເປັນຕົ້ນແມ່ນ ພະແນກ ກະສິກຳ ແລະ ປ່າໄມ້, ພະແນກແຜນການ ແລະ ການລົງທຶນ, ພະແນກພະລັງງານ ແລະ ບໍ່ແຮ່ ແລະ ພະແນກຍຸຕິທຳແຂວງ, ນອກນັ້ນທາງຄະນະຍັງໄດ້ເຜີຍແຜ່ ກົດໝາຍ ວ່າດ້ວຍສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຕືມອີກ.
ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ສົນທະນາ, ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ ເພື່ອຖອດຖອນແລກປ່ຽນບົດຮຽນບາງໝວດບາງມາດຕາທີ່ຍັງເຫັນວ່າ ບໍທັນຫັດກຸມ ແລະ ແທດເໝາະກັບສະພາບທ້ອງຖິ່ນ ແລະ ສະເໜີບັນຫາຄວາມຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດກົດໝາຍ ໃຫ້ຄະນະທີມງານ ຂອງສະພາແຫ່ງຊາດເປັນຂໍ້ມູນ ລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ ປັບປຸງແກ້ໄຂໃນຕໍ່ໜ້າ.
        ຕ້ອນທ້າຍທ່ານ ຈະເລີນ ເຢຍປາວເຮີ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ບັນດາພະແນກການທີ່ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະກໍ່ຄືການປະຕິບັດກົດໝາຍທີ່ກ່ຽວຂ້ອງກັບ ຂະແໜງການຂອງຕົນຂອງໂດຍດີຕະຫຼອດມາ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ເພີ່ມທະວີໃນການໂຄສະນາ ເຜີຍແຜ່ກົດໝາຍໃຫ້ທົ່ວເຖິງ ແລະ ເອົາໃຈໃສ່ປະຕິບັດກົດໝາຍທີ່ມີຢູ່ໃຫ້ເຂັ້ມງວດ ເພື່ອການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ນັບມື້ນັບສູງຂຶ້ນ.
ພາບ ແລະ ຂາວ: ສພຂ ຫົວພັນ