ສປນວ ຈະພິຈາລະນາ ແລະ ຮັບຮອງຫຼາຍບັນຫາສຳຄັນ

ພ.ຈ. 11, 2026

        (ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ V ໄຂຂຶ້ນໃນວັນອັງຄານທີ 10 ພະຈິກນີ້ ທີ່ຫ້ອງວ່າການປົກຄອງ ນວ ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ເຂົ້າຮ່ວມມີທ່ານ ສິລິລາດທົງສິນ ທອງເພັງ ຮອງເລ ຂາຄະນະພັກ, ປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ (ຄປນວ), ບັນດາທ່ານການນໍາພັກ-ລັດຂັ້ນສູງ ນວ, ສະມາ ຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ພ້ອມດ້ວຍປະ ທານ-ຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ ແລະ ແຂກຖືກເຊີນ; ກອງປະຊຸມຄັ້ງນີ້ ຈະດຳເນີນເປັນເວລາ 4 ວັນ (10-13/11/2026) ເຊິ່ງຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງນະຄອນຫຼວງວຽງຈັນ ດັ່ງນີ້:
1. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງຄະນະກຳມະການປົກຄອງນະຄອນຫຼວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນໝົດປີ 2026 ແລະ ທິດທາງແຜນການປະຈຳປີ 2027.
2. ຮັບຟັງການລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະແມ່ນການສ້າງແຜນປະຕິບັດງານ ແລະ ໂຄງການ.
3. ພິຈາລະນາ, ຮັບຮອງເອົາໂຄງການສຳຫຼວດອອກແບບວາງແຜນຜັງເທດສະບານເມືອງນາຊາຍທອງ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ.
4. ຮັບຟັງການລາຍງານຊີ້ແຈງ 3 ບັນຫາສໍາຄັນຂອງນະຄອນຫຼວງ ຄື:
1) ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດການບໍລິຫານຈັດການຂີ້ເຫຍື້ອ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ;
2) ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ຄລສພ, ລົງວັນທີ 07 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີຊີ້ ນໍາຂອງພັກ ຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຫຍໍ້ທໍ້ຂົງເຂດຊັບພະຍາກອນທໍາມະຊາດ;
3) ລາຍງານກ່ຽວກັບສະພາບການສຶກສາ ຕິດພັນກັບບັນຫາການປະລະການຮຽນຂອງນັກຮຽນໃນຊັ້ນປະຖົມ ແລະ ຊັ້ນມັດທະຍົມ ແລະ ບັນຫາການຂາດແຄນຄູສອນ ໂດຍສະເພາະຢູ່ເຂດຊານເມືອງຄື: ເມືອງສັງທອງ ແລະ ເມືອງປາກງື່ມ.
5. ພິຈາລະນາ, ຮັບຮອງເອົາການສ້າງນິຕິກຳຂອງນະຄອນຫຼວງ 3 ສະບັບ ຄື:
1) ຮ່າງຂໍ້ຕົກລົງວ່າດ້ວຍພັນທະ ແລະ ຄວາມຮັບຜິດຊອບຂອງເຈົ້າຂອງກິດຈະການໂຮງແຮມ, ຣີສອດ, ເຮືອນພັກ, ຄອນໂດມິນຽມ, ອະພາດເມັນ, ເຮືອນໃຫ້ເຊົ່າ, ເຮືອນຫ້ອງແຖວ ແລະ ຜູ້ມາພັກເຊົາ;
2) ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ການພັດທະນາສະຖານທີ່ຈອດລົດໃນຕົວເມືອງ;
3) ຮ່າງຂໍ້ຕົກລົງວ່າດ້ວຍກອງທຶນຊ່ວຍເຫຼືອສຸກເສີນ.
6. ພິຈາລະນາ, ຮັບຮອງເອົາການສະເໜີປັບປຸງນິຕິກໍາ 2 ສະບັບ ຄື:
1) ຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນທົ່ວນະຄອນຫຼວງ;
2) ຂໍ້ຕົກລົງວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ.
7. ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາປະຊາ ຊົນນະຄອນຫຼວງວຽງຈັນ, ອົງການກວດສອບປະຈຳພາກກາງ 1, ອົງການກວດກາລັດນະຄອນຫຼວງວຽງຈັນ, ອົງການໄອຍະການປະຊາຊົນ (ພາກກາງ ແລະ ນວ) ແລະ ສານປະຊາຊົນ (ພາກກາງ ແລະ ນວ).
8. ຮັບຟັງການລາຍງານການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ປະຈໍາປີ 2026 ແລະ ທິດທາງແຜນການປະຈໍາປີ 2027 ຂອງກອງປະຕິບັດຄຳຕັດສິນຂອງສານປະຈໍານະຄອນຫຼວງວຽງຈັນ.
9. ຮັບຟັງການປະກອບຄຳເຫັນຂອງອົງການແນວລາວສ້າງຊາດ ກ່ຽວກັບການປະຕິບັດໜ້າທີ່ຂອງສະພາປະຊາຊົນ ນະຄອນ ຫຼວງວຽງຈັນ ຊຸດທີ V.
ນອກນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງຂອງ ຄປນວ ແລະ ພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງ ສສຊ ປະຈໍາເຂດເລືອກຕັ້ງ ແລະ ສສນວ.
ພາຍຫຼັງທ່ານ ອາດສະພັງທອງ ສີພັນດອນ ກ່າວເປີດກອງປະຊຸມຢ່າງເປັນທາງການ, ວາລະທີ 1 ຂອງກອງປະຊຸມ ໄດ້ຮັບຟັງການລາຍງານຈາກທ່ານ ສິລິລາດທົງສິນ ທອງເພັງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນໝົດປີ 2026 ແລະ ທິດທາງແຜນການປະຈຳປີ 2027; ທ່ານ ທະນົງໄຊ ຄຸດໄພທູນ ກໍາມະການສຳຮອງສູນກາງພັກ, ຄະນະປະຈຳພັກ, ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ຕາງໜ້າຄະນະປະຈຳ ສປນວ ປະກອບຄຳເຫັນຕໍ່ບົດລາຍງານດັ່ງກ່າວ; ຈາກນັ້ນ, ປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ທັງໃຫ້ທິດຊີ້ນຳໃນການປະກອບຄຳເຫັນ, ບັນດາທ່ານ ສສຊ ແລະ ສສນວ ກໍໄດ້ສຸມໃສປະກອບຄຳເຫັນຕໍ່ບົດລາຍງານຢ່າງກົງໄປກົງ.
ໃນໄລຍະດຳເນີນກອງປະຊຸມ, ຊາວນະຄອນຫຼວງ ສາມາດສະເໜີຄຳຄິດຄຳເຫັນ ແລະ ຄຳສະເໜີຕໍ່ກອງປະຊຸມ ຜ່ານໂທລະສັບສາຍດ່ວນໝາຍເລກ: 1156 ຫຼື ໝາຍເລກໂທລະສັບ 021 260251, 260242 ໃນໂມງລັດຖະການ.
                                                     (ນາງ ສຸພາວັນ ຫອມສະນິດ)