loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ລົງຕິດຕາມກວດກາ ວຽກງານ 6 ເດືອນທ້າຍປີ 2022 ຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ.

ຕ.ລ. 24, 2022 | ເຂດ 18 ໄຊສົມບູນ

 

ເພື່ອຮັບປະກັນໃຫ້ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສາມາດຕິດຕາມກວດກາການຈັດຕັ້ງປະຕິບັດ ມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ບັນລຸຕາມຄາດໝາຍສູ້ຊົນ, ແຜນວຽກຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດ, ດັ່ງນັ້ນໃນລະຫວ່າງວັນທີ 17-21 ຕຸລາ ປີ 2022 ສະພາປະຊາຊົນແຂວງໄຊສົມບູນ ນຳໜ້າພາທາງໂດຍ ທ່ານ ແດງ ປະທຸມທອງ ປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ພ້ອມດ້ວຍພະນັກງານສະພາວິຊາການຕິດຕາມ ຢູ່ທີ່ເມືອງຮົ່ມ ແລະ ເມືອງລ້ອງແຈ້ງ.

ຈຸດປະສົງໃນການລົງຄັ້ງນີ້ກໍ່ເພື່ອຕິດຕາມກວດກາໂຄງການ ການສົ່ງເສີ່ມການຜະລິດເພື່ອທົດແທນການນຳເຂົ້າ ແລະ ເປັນສິດຄ້າສົ່ງອອກ, ໂດຍການນຳໃຊ້ກາລະໂອກາດ ແລະ ທ່າແຮງບົ່ມຊ້ອມທີ່ໄດ້ປຽບໃນເງື່ອນໄຂເຊື່ອມໂຍງ ແລະ ເຊື່ອມຈອດຕາມແລວທາງເສດຖະກິດກັບພາກພື້ນ ແລະ ສາກົນ ເພື່ອສ້າງຖານລາຍຮັບໃຫ້ໄດ້ໄວ ແລະ ສ້າງພື້ນຖານເສດຖະກິດແຫ່ງຊາດໃຫ້ເຂັ້ມແຂວງ ແລະ ຍືນຍົງ; ເພື່ອເສີມຂະຫຍາຍ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະພາປະຊາຊົນແຂວງໄຊສົມບູນ ໃນການຊຸກຍູ້ຕິດຕາມກວດກາອົງການບໍລິຫານລັດ ເພື່ອຊອກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ ແລະ ສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງໃນການປະຕິບັດໜ້າທີ່ດັ່ງກ່າວ ພ້ອມທັງເສີມຂະຫຍາຍດ້ານດີ ແລະ ແກ້ໄຂຂໍ້ຄົງຄ້າງ ສ້າງໃຫ້ອຳນາດລັດມີຄວາມເຂັ້ມແຂງຂຶ້ນເປັນກ້າວໆ; ເພື່ອຜັນຂະຫຍາຍມະຕິກອງປະຊຸມສະໄໝວິສາມັນ ເທື່ອທີ 1 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສະບັບເລກທີ 03/ສພຊ, ລົງວັນທີ 10 ສິງຫາ 2021 ແລະ ມະຕິກອງປະຊຸມສະໄໝວິສາມັນ ເທື່ອທີ 1 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສະບັບເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021; ເພື່ອເປັນບ່ອນອີງໃຫ້ແກ່ບັນດາເປົ້າໝາຍທີ່ຖືກຕິດຕາມກວດກາ ໄດ້ຮັບການຊຸກຍູ້ ໃນການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ, ມີຄຸນນະພາບ ແລະ ດຳເນີນໄປຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບຕ່າງໆ ທີ່ກ່ຽວຂ້ອງ; ເພື່ອເປັນຂໍ້ມູນພື້ນຖານໃຫ້ຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ໃນການເກັບກຳຂໍ້ມູນ, ຊອກຫາວິທີແກ້ໄຂບາງດ້ານທີ່ເຫັນວ່າບໍ່ປະຕິບັດຕາມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ໄດ້ກຳນົດໄວ້, ລາຍງານໃຫ້ສະພາແຫ່ງຊາດ ເພື່ອມີທິດຊີ້ນຳ ບາງບັນຫາ ທີ່ຍັງມີຂໍ້ຄົງຄ້າງ ແລະ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍສະເພາະການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸທີ IX ຢູ່ພາຍໃນແຂວງໄຊສົມບູນ. ຫຼັງຈາກນັ້ນກໍ່ໄດ້ຮັບຟັງບົດລາຍງານຫຍໍ້ກ່ຽວກັບບັນຫາທີ່ເກີດຂຶ້ນຢູ່ພາຍເມືອງຂອງຕົນ, ຂອງບັນດາຂົງເຂດຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະກິດ-ສັງຕົມ, ຂົງເຂດວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ຂອງເມືອງລາຍງານຕໍ່ໃນຫ້ອງກອງປະຊຸມໄດ້ຮັບຊາບວ່າພາຍໃນເມືອງຍັງບັນຫາໃດທີ່ຍັງແກ້ໄຂບໍ່ໄດ້ ແລະ ບັນຫາໄດ້ທີ່ແກ້ໄຂໄດ້ແລ້ວ.

ທ້າຍນີ້ທ່ານ ແດງ ປະທຸມທອງ ປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ກ້າວຄຳຂໍສະແດງຄວາມຂອບອົກຂອບໃຈມາຍັງທ່ານ ທີ່ໄດ້ສະຫຼະເວລາອັນມີຄຸນຄ່າຂອງທ່ານ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້. ອວຍພອນໃຫ້ບັນດາທ່ານ ຈົ່ງມີຄວາມຜາສຸກໃນສ່ວນໂຕ ແລະ ຄອບຄົວ, ມີຜົນສຳເລັດໃນໜ້າທີ່ວຽກງານທຸກປະການ.                                             (ທ້າວ ແສງຕາວັນ ລັດຕະນະວົງ)