ລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ຕ.ລ. 28, 2026

        (ສພຊ) – ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
        ທ່ານ ບຸນຈັນ ສີວົງພັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ແລກປ່ຽນບົດຮຽນເຊິ່ງກັນແລະກັນ ກ່ຽວກັບ “ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ແລະ ຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ” ເພື່ອເປັນເອກະພາບກັນທາງດ້ານທັດສະນະ, ຫຼັກການ ແລະ ໃນທາງປະຕິບັດຕົວຈິງ ກ່ຽວກັບການຮ່າງສອງເອກະສານດັ່ງກ່າວ ໃຫ້ມີຄວາມຮັດກຸມ, ຖືກກັບສະພາບວຽກງານຕົວຈິງ ໃນແຕ່ລະເນື້ອໃນທີ່ ຄປຈສພຊ ໄດ້ຕົກລົງ, ໃຫ້ທິດຊີ້ນຳ ກໍຄືການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ຫສຊ ແລະ ບັນດາກຳມາທິການຕ່າງໆ ໃນການເປັນເສນາທິການໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ ໃຫ້ມີຄຸນນະພາບ ແລະ ຮັບປະກັນທາງດ້ານເນື້ອໃນ. ທ່ານເນັ້ນຕື່ມວ່າ: ກອງປະຊຸມຈະໄດ້ພ້ອມກັນກວດກາ ແລະ ຕີລາຄາຄືນຄວາມຖືກຕ້ອງ, ຄວາມຮັດກຸມ ແລະ ຄວາມສອດຄ່ອງຂອງໂຄງຮ່າງ, ເນື້ອໃນ ຕະຫຼອດເຖິງເຫດຜົນ ແລະ ຄວາມຈຳເປັນຂອງຮ່າງມະຕິ ແລະ ຂໍ້ຕົກລົງດັ່ງກ່າວ ໄດ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນປັດຈຸບັນແລ້ວ ຫຼື ບໍ່? ລະດົມສະຕິປັນຍາລວມໝູ່, ຄວາມຮູ້ຄວາມສາມາດ ແລະ ປະສົບການຕົວຈິງຈາກຜູ້ເຂົ້າຮ່ວມ ເພື່ອປະກອບຄຳຄິດຄຳເຫັນ, ເຈາະຈີ້ມໃສ່ແຕ່ລະໝວດ, ມາດຕາ, ເນື້ອໃນ ທີ່ເຫັນວ່າຍັງບໍ່ທັນເປັນເອກະພາບ, ຈະແຈ້ງ, ຖືກຕ້ອງ, ມີຄວາມຊໍ້າຊ້ອນ ຫຼື ອາດຈະບໍ່ທັນສອດຄ່ອງໃນເວລານຳໄປຈັດຕັ້ງປະຕິບັດຕົວຈິງ; ຮຽບຮຽງ ແລະ ປັບປຸງເນື້ອໃນຮ່າງມະຕິ ແນໃສ່ເຮັດໃຫ້ມີເນື້ອໃນອຸດົມສົມບູນ, ຕິດແທດກັບເນື້ອໃນແຕ່ລະບັນຫາທີ່ຈະຮ່າງເອກະສານດັ່ງກ່າວ ໃຫ້ມີຄວາມຮັດກຸມ, ຖືກຕ້ອງຕາມເອກະສານທາງລັດຖະການ ພ້ອມທັງກໍານົດຫຼັກການ, ວິທີການ ແລະ ມາດຕະການຈັດຕັ້ງປະຕິບັດ ເພື່ອນຳສະເໜີຕໍ່ຂັ້ນເທິງພິຈາລະນາ ແລະ ອະນຸມັດລົງລາຍເຊັນໃນຕໍ່ໜ້າ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດພາຍໃນ ສພຊ ໃຫ້ເປັນເອກະພາບກັນຕາມລະບຽບການ.
        ກອງປະຊຸມຈະດຳເນີນຮອດວັນທີ 30 ຕຸລາ ເຊິ່ງຜູ້ເຂົ້າຮ່ວມຈະໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄໍາຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການປະສານງານລະຫວ່າງຫ້ອງວ່າການສະພາແຫ່ງຊາດ ກັບບັນດາກຳມາທິການສະພາແຫ່ງຊາດ, ມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍລະບຽບການດຳເນີນກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ ວ່າດ້ວຍການເຄື່ອນໄຫວຂອງເລຂາການນຳສະພາແຫ່ງຊາດ.
(ນາງ ປາກາລັກ ພົມມີໄຊ)