loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ມອບ-ຮັບ​ ໜ້າທີ່​ ລະຫວ່າງ ຜູ້ເກົ່າ ແລະ​ ຜູ້ໃຫ່ມ ໃນກົງຈັກ ສພຂ ອັດຕະປື.

ກ.ຍ. 13, 2022 | ເຂດ 17 ອັດ​ຕະ​ປື


ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດວຽກງານໃນໄລຍະໃຫ່ມ ຮັບປະກັນໃນການເປັນເສນາທິການໃຫ້ຄະນະປະຈໍາສະພາປະຊາຊົນແຂວງ​ ຕາມພາລະບົດບາດຂອງຕົນ,​ ໃນວັນທີ​ 8 ກັນຍາ​ 2022​ ນີ້.​ ທີ່​ຫ້ອງປະຊຸມ​ສະພາປະຊາຊົນແຂວງ​ (ສພຂ)​ ໄດ້ມີພິທິ ມອບ-ຮັບ​ ໜ້າທີ​ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ໃນກົງຈັກເສນາທິການ ສພຂ,​ ໂດຍການ​ເຂົ້າຮ່ວມ​ຂອງທ່ານ​ ນາງ​ ພອນມະນີ​ ຂຽນໄຊຍະວົງ​​ ກຳມະການພັກແຂວງ ຮອງ​ປະທານ ສພຂ.​ມີ​ຄະນະກຳມະການ, ຄະນະເລຂາທິການ,​ຫົວໜ້າຂະແໜງ-ຮອງ​ຂະແໜງ​ ແລະ​ ພະນັກງານວີຊາການ​ພາຍໃນ​ ສພຂ​ ເຂົ້າຮ່ວມ,​


ອີງຕາມ​ມະຕິ​ ກອງປະຊຸມ​ ສພຂ​ ຊຸດທີ II​ ແລະ​ ມະຕິຂອງຄະນະປະຈໍາ ສພຂ​ ຊຸດທີ​ II​ ດັ່ງນີ້.
1.​ ແຕ່ງຕັ້ງ ທ່ານ​ ແສງ​ປະດິດ​ ສຸດ​ນາມ​ສຸ​ລິນ​ ຮອງເລຂາທິການ​ ສພຂ​ (ຜູ້ເກົ່າ)​ ເປັນຮອງປະທານຄະນະກຳມະການເສດຖະກິດ,​ແຜນການ​ແລະ​ການເງີນ​ ສພຂ,
2.​ ແຕ່ງຕັ້ງ​ ທ່ານ​ ໂດແສງດາ ພິຈິດ ຫົວຫນ້າຂະແໜງແຜນການ ແລະ​ ການເງີນ​ ສພຂ (ຜູ້ເກົ່າ)​ ເປັນ​ຮອງເລຂາທິການ​ ສພຂ,
3.​ ແຕ່ງຕັ້ງ​ ທ່ານ​ ພຸດທະວີ ສີປະເສີດ ຫົວຫນ້າຂະແໜງບໍລິຫານ ແລະ​ ການເງີນ​ ສພຂ​ (ຜູ້ເກົ່າ)​ ເປັນຫົວໜ້າຂະແໜງແຜນການ ແລະ​ ການເງີນ​ ສພຂ,​
4.​ ແຕ່ງຕັ້ງ​ ທ່ານ​ ໂອສົດ​ ວິລະພົນ ຮອງຫົວແໜງບໍລິຫານແລະ ການເງີນ​ ສພຂ​ ຂື້ນ​ເປັນ​ ຫົວໜ້າຂະແໜງ,​
5.​ ແຕ່ງຕັ້ງ​ ທ່ານ​ ນາງ​ ວັນວີໄລ ໄຊເສນາ ວີຊາການຂະແໜງວຽກງານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ (ຜູ້ເກົ່າ)​ ເປັນຮອງຫົວໜ້າຂະແໜງບໍລິຫານ ແລະ​ ການເງີນ​ ສພຂ.​
ໃນພິທີ​ ກໍໄດ້ເຊັນບົດບັນທືກມອບວຽກງານ ແລະ​ ບົດບັນທືກມອບຮັບຫນ້າທີ່ລະຫວ່ງຜູ້ເກົ່າແລະຜູ້ໃໝ່.​
(ວິນັດ)​