loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ມອບ-ຮັບເງິນຊ່ວຍເຫລືອ ຈາກບໍລິສັດ ລາວ-ຢູນນານຜູໜິງ ການລົງທຶນພະລັງງານຈໍາກັດຜູ້ດຽວ

ຕ.ລ. 18, 2021 | ຂ່າວກອງປະຊຸມ

(ສພຊ) ວັນທີ 15 ຕຸລາ 2021 ທີ່ຫ້ອງຮັບແຂກສະພາແຫ່ງຊາດ ໄດ້ມີພິທີ-ມອບຮັບການສົມທົບທຶນ ແລະ ເຄື່ອງວັດຖຸປະກອນການແພດ ເຂົ້າກອງທຶນຊ່ວຍເຫລືອສັງຄົມ ສະພາແຫ່ງຊາດ ເພື່ອຄວບຄຸມ, ປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຈາກບໍລິສັດ ລາວ-ຢູນນານຜູໜິງ ການລົງທຶນພະລັງງານຈຳກັດຜູ້ດຽວ ເຊິ່ງປະກອບມີເງິນສົດຈຳນວນ 10 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປລາວ.
​ໃນພິທີຄັ້ງນີ້, ຕາງໜ້າໃຫ້ສະພາແຫ່ງຊາດ ກ່າວຮັບໂດຍທ່ານ ຄຳໃບ ດຳລັດ ຮອງປະທານປະທານສະພາແຫ່ງຊາດ ແລະ ຕາງໜ້າ ຈາກບໍລິສັດ ລາວ-ຢູນນານຜູໜິງ ການລົງທຶນພະລັງງານຈຳກັດຜູ້ດຽວ ກ່າວມອບ.
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)