loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ມອບ-ຮັບເງິນຊ່ວຍເຫລືອຈາກກຸ່ມບໍລິສັດ ຫົງຄຳພາກໃຕ້

ຕ.ລ. 20, 2021 | ຂ່າວກອງປະຊຸມ

(ສພຊ) ວັນທີ 15 ຕຸລາ 2021 ທີ່ຫ້ອງຮັບແຂກສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບການສົມທົບທຶນ ແລະ ເຄື່ອງວັດຖຸອຸປະກອນການແພດ ເຂົ້າກອງທຶນຊ່ວຍເຫລືອສັງຄົມ ສະພາແຫ່ງຊາດ ເພື່ອຄວບຄຸມ, ປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຈາກກຸ່ມບໍລິສັດ ຫົງຄຳພາກໃຕ້ ເຊິ່ງເປັນເງິນສົດຈຳນວນ 10 ລ້ານກີບ ເພື່ອນຳໃຊ້ເຂົ້າໃນວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປລາວ.
​ໃນພິທີ, ຕາງໜ້າສະພາແຫ່ງຊາດ ກ່າວຮັບໂດຍທ່ານ ຄຳໃບ ດຳລັດ ຮອງປະທານປະທານສະພາແຫ່ງຊາດ ແລະ ຕາງໜ້າຈາກກຸ່ມບໍລິສັດ ຫົງຄຳພາກໃຕ້ ກ່າວມອບ.
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)