ພົບປະ​ສອງຝ່າຍ ລະຫວ່າງ​ສະພາແຫ່ງຊາດ​ ລາວ-ຫວຽດນາມ

ພ.ຈ. 4, 2026

        (ສພຊ)​ – ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ,​ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປລາວ ພົບປະຢ່າງເປັນທາງການກັບສະຫາຍ ເຈິ່ນ ແທັງ ເໝິ້ນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມ ໃນໂອກາດເຄື່ອນໄຫວຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການ ເຊິ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.
        ໃນພິທີພົບປະ, ສະຫາຍປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງຫວຽດນາມ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ເຊິ່ງມີສະຫາຍເລຂາທິການໃຫຍ່ ໂຕ ເລິມ ເປັນຜູ້ນໍາໜ້າ ໂດຍເສດຖະກິດໃນ 9 ເດືອນຕົ້ນປີ 2026 ສາມາດຂະຫຍາຍຕົວສູງເຖິງ 9.01%; ພ້ອມດຽວກັນນີ້, ໄດ້ແຈ້ງສະພາບການພົ້ນເດັ່ນຂອງ ສປປລາວ ໂດຍເນັ້ນໃຫ້ເຫັນວ່າ ເຖິງຈະມີສິ່ງທ້າທາຍຈາກຜົນກະທົບທົ່ວໂລກ, ແຕ່ ສປປລາວ ຍັງຄົງຮັກສາສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ 9 ເດືອນຕົ້ນປີ 2026 ເຕີບໂຕ 4.8% ພ້ອມທັງໄດ້ລົງເລິກການປັບປຸງກົງຈັກການຈັດຕັ້ງທັງສູນກາງ ແລະ ທ້ອງຖິ່ນ ໃຫ້ກະທັດຮັດ ແລະ ມີປະສິດທິພາບສູງຂຶ້ນ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ລາວ-ຫວຽດນາມ ທີ່ນັບມື້ເຂົ້າສູ່ລວງເລິກ; ພ້ອມທັງທົບທວນການຮ່ວມມືຂອງສອງສະພາແຫ່ງຊາດໃນໄລຍະຜ່ານມາ ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການສ້າງປຶ້ມປະຫວັດສາດ “50 ປີ ແຫ່ງການພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ” ແລະ ການສະໜັບສະໜູນເຊິ່ງກັນແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.
        ເພື່ອສືບຕໍ່ຊຸກຍູ້ການຮ່ວມມືໃຫ້ເປັນຮູບປະທຳຍິ່ງຂຶ້ນ, ສະຫາຍປະທານສະພາແຫ່ງຊາດລາວ ໄດ້ສະເໜີເນື້ອໃນສຳຄັນສຳລັບທິດທາງການຮ່ວມມືໃນຕໍ່ໜ້າ ດັ່ງນີ້: ສືບຕໍ່ສົ່ງເສີມການພົບປະແລກປ່ຽນລະຫວ່າງສະພາປະຊາຊົນຂັ້ນແຂວງທີ່ມີຊາຍແດນຕິດຈອດກັນ ແລະ ຄົ້ນຄວ້າປັບປຸງບົດບັນທຶກການຮ່ວມມື (MOU) ລະຫວ່າງສອງສະພາແຫ່ງຊາດ ທີ່ຈະສິ້ນສຸດລົງໃນປີ 2027; ກະກຽມສະເຫຼີມສະຫຼອງປີສາມັກຄີມິດຕະພາບ 2027 ວາງແຜນຈັດກິດຈະກຳຮ່ວມກັນ ເພື່ອສະເຫຼີມສະຫຼອງ 65 ປີ ວັນສ້າງຕັ້ງສາຍພົວພັນການທູດ ແລະ 50 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ; ​ການຕິດຕາມກວດກາໂຄງການຍຸດທະສາດ, ສະເໜີໃຫ້ສອງສະພາແຫ່ງຊາດ ຕິດຕາມກວດກາ ແລະ ຊຸກຍູ້ໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ຫວຸງອາງ ແລະ ທ່າເຮືອຫວຸງອາງ ໃຫ້ປີ 2027 ເປັນປີແຫ່ງການຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງດ້ານການຄົມມະນາຄົມ; ການສະໜັບສະໜູນບົດຮຽນຈາກຝ່າຍຫວຽດນາມ ກ່ຽວກັບການຄຸ້ມຄອງວຽກງານທ້ອງຖິ່ນ, ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານກົດໝາຍ ແລະ ການຫັນເປັນດິຈິຕອນຂອງສະພາແຫ່ງຊາດ.
​       ໂອກາດດຽວກັນນີ້, ສະຫາຍປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຈາກພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ມີມາໂດຍຕະຫຼອດ, ພ້ອມທັງເຊື້ອເຊີນສະຫາຍ ເຈິ່ນ ແທັງ ເໝິ້ນ ພ້ອມດ້ວຍຄະນະ ໄປຢ້ຽມຢາມ ສປປລາວ ຢ່າງເປັນທາງການ ໃນເວລາທີ່ເໝາະສົມ.