ພົບປະຢ້ຽມຢາມ, ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ສພຊ ຊຸດທີX ແລະ ສພຂ ຊຸດທີV ຢູ່ເມືອງວຽງພູຄາ

ມ.ຖ. 18, 2026

    ເພື່ອປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ ໃຫ້ສຳເລັດຕາມລະດັບຄາດໝາຍ ໃນລະຫວ່າງວັນທີ 10 ມິຖຸນາ 2026  ນໍາໂດຍທ່ານ ນາງ ປານີດາ ເຮືອງແພງອ່ອນ ກຳມະການຄະນະປະຈຳສະພາປະຊາຊົນແຂວງ ປະທານຄະນະກຳມະການ ປກຊ-ປກສ ກົດໝາຍ ແລະ ຍຸຕິທໍາ ສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມພະນັກງານຫລັກແຫລ່ງ ຢູ່ສະໂມສອນເມືອງວຽງພູຄາ ແລະ ພໍ່ແມ່ປະຊາຊົນບ້ານນ້ຳສິງ ແລະ ຕາແສງວຽງສະຫວ່າງ ເຂົ້າຮ່ວມຮັບຟັງມີ ຄະນະນໍາຂອງເມືອງ, ພະນັກງານຫລັກແຫລ່ງ, ຄະນະປະທານກຳມະການປົກຄອງຕາແສງ, ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ 350 ກວ່າຄົນ.

ໃນພິທີ ທ່ານ ນາງ ປານີດາ ເຮືອງແພງອ່ອນ ໄດ້ເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X(ສພຊ) ໃຫ້ພະນັກງານຫລັກແຫລ່ງ, ພໍ່ແມ່ປະຊາຊົນ ໃຫ້ຮັບຮູ້ເຊື່ອມຊຶມ ຊຶ່ງກອງປະຊຸມຄັ້ງປະຖົມມະລຶກຂອງ ສພຊ ໄດ້ພິຈາລະນາ, ຮັບຮອງເອົາວຽກງານສຳຄັນຂອງປະເທດຊາດຄື: ເລືອກຕັ້ງ ປະທານສະພາແຫ່ງຊາດ ຊຸດທີX; ເລືອກຕັ້ງ ບັນດາຮອງປະທານສະພາແຫ່ງຊາດ ແລະ ກໍາມະການຄະນະປະຈໍາສະພາແຫ່ງຊາດ; ຮັບເອົາກົງຈັກຂອງສະພາແຫ່ງຊາດ ຊຸດທີ X ແລະ ການແຕ່ງຕັ້ງບັນດາປະທານກໍາມາທິການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ເລືອກຕັ້ງ ນາຍົກລັດຖະມົນຕີ; ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ ແລະ ການແຕ່ງຕັ້ງບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ; ຮັບຮອງເອົາວຽກງານລັດຖະບານ; ຮັບຮອງເອົາ ບົດລາຍງານຂອງສານປະຊາຊົນສູງ; ອົງການໄອຍະການປະຊາຊົນສູງສຸດ; ຮັບຮອງເອົາ ບົດລາຍງານຂອງອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ; ບົດລາຍງານກ່ຽວກັບແຜນການເຄື່ອນໄຫວ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X; ຮັບຮອງເອົາ ບົດລາຍງານກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X.

ພ້ອມດຽວກັນ ຍັງໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງ ສພຂ ຊຸດທີ V ຊຶ່ງໄດ້ພິຈາລະນາຮັບຮອງເອົາວຽກງານສໍາຄັນຂອງແຂວງຄື; ຮັບຮອງເລືອກຕັ້ງປະທານສະພາປະຊາຊົນແຂວງ ຊຸດທີ V; ຮັບຮອງເອົາເລືອກຕັ້ງ ຮອງປະທານ, ກໍາມະການຄະນະປະຈໍາ ສະພາປະຊາຊົນແຂວງ ຊຸດທີ V; ຮັບຮອງເອົາ ໂຄງປະກອບກົງຈັກ ຂອງສະພາປະຊາຊົນ ຊຸດທີ V; ຮັບຮອງເອົາ ປະທານຄະນະກໍາມະການປົກຄອງແຂວງ; ຮັບຮອງເອົາ ໂຄງປະກອບກົງຈັກ ແລະ ບຸກຄະລາກອນ ຂອງຄະນະກໍາມະການປົກ ຄອງແຂວງ; ຮັບຮອງເອົາ ບຸກຄະລາກອນ ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ; ຮັບຮອງເອົາ ບຸກຄະລາກອນ ຂອງອົງການກວດກາລັດຂັ້ນແຂວງ; ຮັບຮອງເອົາ ວຽກງານຂອງອົງການປົກຄອງແຂວງ; ການຮັບຮອງເອົາ ວຽກງານຂອງອົງການກວດກາລັດແຂວງ; ການຮັບຮອງເອົາ ວຽກງານຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ; ການຮັບຮອງເອົາ ວຽກງານຂອງສະພາປະຊາຊົນແຂວງ ຊຸດທີ V; ຮັບຮອງເອົາ ແຜນການສ້າງ-ປັບປຸງນິຕິກຳຂອງແຂວງ.

ພ້ອມດຽວກັນ ຜູ້ເຂົ້າຮ່ວມ ຍັງໄດ້ສະເໜີບັນຫາທີ່ພົບຄວາມຫຍຸ້ງຍາກຢູ່ພາຍໃນບ້ານ, ເມືອງ ເພື່ອໃຫ້ສະພາປະຊາຊົນແຂວງ ຊຸກຍູ້ສະເໜີຫາພາກສ່ວນທີ່ກ່ຽວຂ້ອງ ຫາວິທີທາງແກ້ໄຂ ຕາມຄວາມເປັນຈິງ. ; ສະພາປະຊາຊົນແຂວງ ຍັງໄດ້ນໍາເອົາເຄື່ອງນຸ່ງຫົ່ມມອບໃຫ້ປະຊາຊົນບ້ານນ້ຳສິງ, ບ້ານວຽງສະຫວ່າງຈຳນວນ 5.350.000 ກີບ.      

ຂ່າວ ວັນນີ ແຝງບົວວັນ