

ພິທີ ມອບຮັບມອບ-ຮັບ ຄະນະນໍາຂອງສະພາປະຊາຊົນແຂວງ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່, ປະກາດຍົກຍ້າຍ ແລະ ພັກຜ່ອນກ່ອນມື້ຮັບອຸດໜູນບໍານານ ຂອງຄະນະນໍາສະພາປະຊາຊົນແຂວງ, ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນພຸດທີ 8 ເມສາ 2026 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ທັງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X, ມີທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຊຸດທີ IV, ບັນດາທ່ານຄະນະປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ຊຸດທີ X, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການ, ແຂກເຊີນ ແລະ ຕະຫຼອດຮອດພະນັກງານ ແໜງກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີຜູ້ຕ່າງໜ້າຈາກຄະນະຈັດຕັ້ງແຂວງ, ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍ ການອະນຸມັດໃຫ້ພະນັກງານນໍາພາ-ຄຸ້ມຄອງ ຂອງສະພາປະຊາຊົນແຂວງ ພັກຜ່ອນກ່ອນມື້ຮັບອຸດໜູນບໍານານ ປະກອບມີ: ທ່ານ ຄໍາເຜີຍ ງອນວັນຄໍາ ຄະນະປະຈໍາພັກແຂວງ, ຮອງປະທນສະພາປະຊາຊົນແຂວງ ຊຸດທີ IV, ທ່ານ ນ.ຄໍາພອນ ພິມມະຈັນ ຮອງປະທນສະພາປະຊາຊົນແຂວງ ຊຸດທີ IV, ທ່ານ ຄໍາມະນີ ໄຊດວງຕາ ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ແລະ ທ່ານ ສອນວິໄລ ຕຸລາທອງ ປະທານຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ; ຜ່ານມະຕິຕົກລົງວ່າດ້ວຍ ການຊັບປ່ຽນໜ້າທີ່ຂອງພະນັກງານນໍາພາ-ຄຸ້ມຄອງ ຂອງສະພາປະຊາຊົນແຂວງ ຍົກຍ້າຍທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຊຸດທີ IV ໄປຮັບໜ້າທີ່ ໃໝ່ຢູ່ຫ້ອງວ່າການແຂວງ ແລະ ຜ່ານມະຕິຕົກລົງອື່ນໆ ອີກຈໍານວນໜຶ່ງ.


ຫຼັງຈາກນັ້ນ, ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຊຸດທີ IV, ໄດ້ຜ່ານບົດບັນທຶກມອບ-ຮັບໜ້າທີ່ ເຊິ່ງຕະຫຼອດໄລຍະ 5 ປີ ຜ່ານມາ, ທ່ານໄດ້ເຄື່ອນໄຫວ ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດໜ້າທີ່ວຽກງານສໍາເລັດເປັນຕົ້ນແມ່ນ: ການປະຕິບັດຕາມ 3 ພາລະບົດບາດຂອງສະພາປະຊາຊົນຂັ້ນແຂວງ ແລະ ດ້ານຕ່າງໆ, ໄດ້ວາງທິດທາງແຜນການໃຫ້ສະພາປະຊາຊົນແຂວງ ຊຸດທີ V ໄດ້ສືບຕໍ່ເຄື່ອນໄຫວຈັດຕັດປະຕິບັດໜ້າທີ່ໃຫ້ສຳເລັດ, ໃນຖານະທີເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າພາຍໃນແຂວງ.


ພ້ອມດຽວກັນນັ້ນ, ໄດ້ມີການເຊັ່ນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງປະທານຜູ້ເກົ່າ-ຜູ້ໃໝ່ ປະກອບມີ: ປະທານສະພາປະຊາຊົນແຂວງ, ປະທານຄະນະກໍາມະການ ປກຊ-ປກສ ແລະ ຍຸຕິທໍາ, ປະທານຄະນະກໍາມະການ ເສດຖະກິດ, ການເງີນ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການ ວັດທະນະທໍາ-ສັງຄົມ, ບັນດາເຜົ່າ ແລະ ສາສະໜາ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ.
ໂອກາດດັ່ງກ່າວ ປະທານພິທີໄດ້ໃຫ້ກຽດໂອ້ລົມ ເຊີ່ງທ່ານໄດ້ກ່າວວ່າ: ນີ້ເປັນເຫດການປົກກະຕິຂອງການ ຈັດຕັ້ງທີ່ສຳເລັດການປະຕິບັດໜ້າທີ່ ແລະ ເຂົ້າບຳນານ. ຕ້ອງໄດ້ມີການສັບປ່ຽນໜ້າທີ່, ບ່ອນປະຈຳການຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ຕາມຍຸກຕາມສະໄໝ, ຜູ້ທີ່ໄດ້ຮັບຜິດຊອບໜ້າທີ່ໃໝ່ກໍ່ຕ້ອງສືກສາຮ່ຳຮຽນ, ກໍາແໜ້ນບັນດາກົດໝາຍ, ນິຕິກຳຕ່າງໆ ແລະ ບັນດາໜ້າວຽກທີ່ຕົນເອງຮັບຜິດຊອບໃຫ້ເລິກເຊີ່ງ ແລະ ໃຫ້ການຮ່ວມມືໃນກົມກອງທີ່ຕົນສັງກັດຢູ່ ພ້ອມກັນປະຕິບັດໜ້າທີ່ໃຫ້ປະສົບຜົນສຳເລັດດີຂຶ້ນກວ່າເກົ່າ. 

ພາບ/ຂ່າວ: ສະພາປະຊາຊົນແຂວງ.
