loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ພິທີເຊັນບົດບັນທຶກ ການປະສານງານ ລະຫວ່າງ ຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ຫຼວງພະບາງ ຮ່ວມກັບ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ

​ກ.ກ. 18, 2022 | ເຂດ 6 ຫລວງພະບາງ

ໃນຕອນບ່າຍ ຂອງວັນທີ 15 ກໍລະກົດ 2022 ນີ້ ຢູ່ທີ່ຫ້ອງປະຊຸມ ຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ຈັດພິທີ ເຊັນບົດບັນທຶກການປະສານງານ ລະຫວ່າງ ຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ຫຼວງພະບາງ ກັບ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ໂດຍການເປັນປະທານຮ່ວມຂອງ

ທ່ານ ສົມພອນ ສີອຸດົມພັນ ກໍາມະການພັກແຂວງ, ຮອງປະທານຄະນະປະຈໍາ ທັງເປັນ ປະທານຄະນະກໍາມະການ ເສດຖະກິດ, ແຜນການແລະ ການເງິນ ສະພາປະຊາຊົນແຂວງ ແລະ ທ່ານ ສົມໄຈ ວັນນະສີຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ, ໃຫ້ກຽດເຂົ້າຮ່ວມພິທີໃນຄັ້ງນີ້ ປະກອບມີ ທ່ານຮອງປະທານຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ; ຮອງເລຂາທິການ ສະພາປະຊາຊົນແຂວງ;ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່; ຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ພະນັກງານ ຂອງສອງພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງ ຂອງການຈັດພິທີ ເຊັນບົດບັນການປະສານງານໃນຄັ້ງນີ້ແມ່ນ ເພື່ອເປັນພື້ນຖານ, ບ່ອນອີງ ແລະ ເປັນໃຈກາງການປະສານງານ ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານ ຂອງຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ກັບ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໃນການຈັດຕັ້ງປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນໃຫ້ມີປະສິດທິພາບ, ປະສິດທິຜົນ, ວ່ອງໄວ ແລະ ຮັດກຸມ ພ້ອມທັງເພີ່ມທະວີ ພາລະບົດບາດ ການຕິດຕາມກວດກາ ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ລະບຽບການ ໃນການເຄື່ອນໄຫວ ວຽກງານຂອງສອງພາກສ່ວນ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້. ໃນພິທີໄດ້ຮັບຟັງ ການສະເໜີເນື້ອໃນຂອງ ບົດບັນທຶກການປະສານງານດັ່ງກ່າວ ປະກອບມີ: 3 ໝວດ,​ 9 ມາດຕາ, ຊື່ງມີເນື້ອໃນລະອຽດຄົບຖ້ວນ ເປັນຕົ້ນແມ່ນ ຈຸດປະສົງ, ຫຼັກການປະສານງານ, ເນື້ອໃນ, ຂັ້ນຕອນ, ວິທີການປະສານງານ ແລະ ການຈັດຕັ້ງປະຕິບັດ.

                                                                            ພາບ ແລະ ຂ່າວໂດຍ ນາງ ຈັນທິມາ ສໍພັນໄຊແກ້ວ