ພິທີເຊັນບົດບັນທຶກຮ່ວມການປະສານງານ ລະຫວ່າງ ຄະນະກຳມະການ ປກຊ-ປກສ,ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງ ກັບ ບັນດາອົງການການທີ່ກ່ຽວຂ້ອງຂອງແຂວງ

ຕ.ລ. 9, 2026

ເພື່ອຮັບປະກັນໃຫ້ແກ່ການປະສານງານ ລະຫວ່າງ ຄະນະກຳມະການ ປກຊ-ປກສ,ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງກັບບັນດາອົງການທີ່ກ່ຽວຂ້ອງຂອງແຂວງ ຮັບປະກັນປະສິດທິຜົນໃນການປະຕິບັດພາລະບົດບາດ,ສິດ ແລະ ໜ້າທີ່ຂອງຕົນ
ໃນຕອນເຊົ້າວັນທີ 29 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ໄດ້ຈັດພິທີເຊັນບົດບັນທຶກຮ່ວມວ່າດ້ວຍການປະສານງານ ລະຫວ່າງ ຄະນະກຳມະການປກຊ-ປກສ,ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງ ກັບ ບັນດາອົງການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ສອງກອງບັນຊາການ ປກຊ-ປກສ ໂດຍການເປັນປະທານຂອງທ່ານ ນາງ ປານິດາ ເຮືອງແພງອ່ອນ ຄະນະປະຈຳສະພາປະຊາຊົນແຂວງ ປະທານຄະນະກຳມະການ ປກຊ-ປກສ,ກົດໝາຍ ແລະ ຍຸຕຳທຳ ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ກົງເພັດ ແກ້ວບົວພາ ກໍາມະການພັກແຂວງ ຮອງປະທານສະພາປະຊາຊາຊົນແຂວງ, ເຂົ້າຮ່ວມມີບັນດາທ່ານຄະນະປະຈຳສະພາປະຊາຊົນແຂວງ ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກ, ອົງການລັດທຽບເທົ່າພະແນກການຂອງແຂວງ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ ຢ່າງພ້ອມພຽງ.

ການເຊັນບົດບັນທຶກຄັ້ງນີ້ ປະກອບມີ 4ສະບັບ ຄື: 1) ບົດບັນທຶກຮ່ວມວ່າດ້ວຍການປະສານງານ ລະຫວ່າງ ຄະນະກຳມະການ ປກຊ-ປກສ,ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງ ກັບ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ; 2) ບົດບັນທຶກຮ່ວມວ່າດ້ວຍການປະສານງານ ລະຫວ່າງ ຄະນະກຳມະການປກຊ-ປກສ,ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງ ກັບ ກອງບັນຊາການທະຫານແຂວງ; 3) ບົດບັນທຶກຮ່ວມວ່າດ້ວຍການປະສານງານ ລະຫວ່າງ ຄະນະກຳມະການ ປກຊ-ປກສ,ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງ ກັບ ສະຫະພັນນັກຮົບເກົ່າ;4)ບົດບັນທຶກຮ່ວມວ່າດ້ວຍການປະສານງານລະຫວ່າງລະຫວ່າງຄະນະກຳມະການປກຊ-ປກສ,ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງ ກັບ ສານປະຊາຊົນແຂວງ,ອົງການໄອຍະການປະຊາຊົນແຂວງ ແລະ ພະແນກຍຸຕິທໍາແຂວງ.
ໃນຕອນທ້າຍ ທ່ານ ກົງເພັດ ແກ້ວບົວພາ ກໍາມະການພັກແຂວງ ຮອງປະທານສະພາປະຊາຊາຊົນແຂວງໄດ້ມີຄຳເຫັນໂອ້ລົມກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍຕໍ່ທຸກພາກສ່ວນທີ່ໄດ້ພ້ອມກັນປະກອບຄຳຄິດເຫັນ, ເປັນເອກະພາບກັນ, ພ້ອມທັງປັບປຸງຂໍ້ຕົກລົງແຕ່ລະສະບັບ ເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ຈົ່ງພ້ອມກັນນຳເອົາບົດບັນທຶກດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ສຳເລັດຜົນ.


ໂດຍ ນາງ ອຳພອນ ສີປະເສີດ